ທ່ານສີຈິ້ນຜິງຈະເຂົ້າຮ່ວມກອງປະຊຸມຄັ້ງທີ 24 ຂອງສະພາມົນຕີປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ ແລະ ຢ້ຽມຢາມກາຊັກສະຖານ ແລະ ຕັດຈິກິດສະຖານທາງລັດຖະກິດ

2024-06-30 16:13:06 cri

ວັນທີ 30 ມິຖຸນາ2024, ທ່ານນາງຮວ້າຊຸນຢິງ ໂຄສົກກະຊວງການຕ່າງປະເທດຈີນເປີດເຜີຍໃຫ້ຮູ້ວ່າ: ລະຫວ່າງວັນທີ 2 ຫາ 6 ກໍລະກົດ 2024, ທ່ານສີຈິ້ນຜິງ ປະທານປະເທດຈີນຈະເຂົ້າຮ່ວມກອງປະຊຸມຄັ້ງທີ 24 ຂອງສະພາມົນຕີປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮທີ່ຈະຈັດຂຶ້ນຢູ່ນະຄອນຫຼວງອັສທານາ ປະເທດກາຊັກສະຖານ ແລະໂດຍຕອບສະໜອງຕາມຄຳເຊີນຂອງທ່ານກະຊິມໂຈມາດ ໂຕຄາເຢັຟ ປະທານາທິບໍດີສາທາລະນະລັດກາຊັກສະຖານ ແລະ ທ່ານເອໂມມາລີ ຣາຣ໌ມອນ ປະທານາທິບໍດີສາທາລະນະລັດຕັດຈິກິດສະຖານ, ທ່ານສີຈິ້ນຜິງ ຈະຢ້ຽມຢາມສອງປະເທດດັ່ງກ່າວທາງລັດຖະກິດ.