
ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບນີ້ໄດ້ຍືດເຍື້ອມາເປັນເວລາເກືອບ 9 ເດືອນແລ້ວ, ປະຊາຊົນອິດສະຣາແອນໄດ້ຈັດການປະທ້ວງຫຼາຍເທື່ອ, ເພື່ອຮຽກຮ້ອງໃຫ້ແລກປ່ຽນຕົວປະກັນ, ແລະ ສິ້ນສຸດການປະທະກັນ.
ວັນທີ 29 ມິຖຸນາ 2024, ປະຊາຊົນອິດສະຣາແອນຈຳນວນຫຼວງຫຼາຍໄດ້ຈັດການປະທ້ວງຕາມຖະໜົນ, ຮຽກຮ້ອງໃຫ້ທ່ານເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນລາອອກຈາກຕຳແໜ່ງ ແລະ ຈັດການເລືອກຕັ້ງກ່ອນເວລາກຳນົດ.
ສະມາຊິກຄອບຄົວຂອງຜູ້ທີ່ກຳລັງຕົກເປັນຕົວປະກັນ ກໍໄດ້ເຂົ້າຮ່ວມການໂຮມຊຸມນຸມປະທ້ວງທີ່ຈັດຂຶ້ນໃນມື້ດັ່ງກ່າວເຊັ່ນກັນ ໂດຍກ່າວປະນາມ ທ່ານນາຍົກລັດຖະມົນຕີເນທັນຢາຮູ ທີ່ໄດ້ຂັດຂວາງການບັນລຸສັນຍາຢຸດຍິງ. ສະມາຊິກຄອບຄົວຂອງຜູ້ທີ່ຕົກເປັນຕົວປະກັນ ຫວັງໃຫ້ລັດຖະບານອິດສະຣາແອນສະມາດຕອບຮັບຄວາມຮຽກຮ້ອງຂອງເຂົາເຈົ້າ, ຊຸກຍູ້ການຢຸດຍິງ ແລະ ການເຈລະຈາສັນຕິພາບ, ເພື່ອບັນລຸສັນຍາຢຸດຍິງ, ເຮັດໃຫ້ຜູ້ທີ່ຍັງຕົກເປັນຕົວປະກັນສາມາດກັບຄືນບ້ານ.