ຈີນ-ລາວ-ໄທ-ມາເລເຊຍຕາມແລວທາງໃໝ່ທາງບົກທາງທະເລເປີດແລ່ນຂະບວນລົດໄຟຂ້າມຊາດ

2024-06-30 12:39:52 cri



ຕອນເຊົ້າວັນທີ 27 ມິຖຸນາ2024, ພິທີເປີດຂະບວນລົດໄຟຂ້າມຊາດຕາມແລວທາງໃໝ່ທາງບົກທາງທເລຄືຈຸ່ງກິ່ງປະເທດຈີນ-ວຽງຈັນປະເທດລາວ-ບາງກອກປະເທດໄທ- ເຊລັນໂກ ປະເທດມາເລເຊຍ ໄດ້ຈັດຂຶ້ນພ້ອມກັນຢູ່ສະຖານີສ້ຽວໜານຢ້າເມືອງຈ່ຽງຈິ່ນກຳແພງນະຄອນຈຸ່ງກິ່ງປະເທດຈີນ ແລະ ສະຖານີເຊຣີ ເຊເຕຍ  ລັດເຊລັນໂກປະເທດມາເລເຊຍ.



ລົດໄຟຂະບວນດັ່ງກ່າວເປັນລົດໄຟຂົນສົ່ງສິນຄ້າສາກົນຂະບວນທຳອິດຕາມແລວທາງໃໝ່ທາງບົກທາງທະເລທີ່ຂ້າມ 4 ປະເທດຄື ຈີນ-ລາວ-ໄທ-ມາເລເຊຍໂດຍແລ່ນລົດຕາມທາງລົດໄຟສອງທິດໄປມາຫາສູ່ກັນ. ໃຊ້ເວລາພຽງ 9 ວັນເທົ່ານັ້ນກໍຈະໄປເຖິງຈຸດໝາຍປາຍທາງ, ພ້ອມທັງເປັນການຄົ້ນຄວ້າ ແລະ ຂະຫຍາຍຕື່ມອີກຂອງແລວທາງໃໝ່ທາງບົກທາງທະເລຫຼັງຈາກຂະບວນລົດໄຟຂ້າມຊາດຈີນ-ລາວ-ໄທເປີດແລ່ນລົດເມື່ອເດືອນທັນວາປີ 2023.


ປີ 2024 ເປັນປີຄົບຮອບ 50 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດຈີນ-ມາເລເຊຍ, ການເປີດຂະບວນລົດໄຟຄັ້ງນີ້ເປັນຜົນງານໃໝ່ຂອງສອງປະເທດຈີນ-ມາເລເຊຍໃນການລົງເລິກແລກປ່ຽນການຮ່ວມມືຢ່າງຕໍ່ເນື່ອງ ແລະ ການໄປມາຫາສູ່ກັນດ້ານເສດຖະກິດການຄ້າຂະຫຍາຍຕົວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.