ວາລະສານ “ສິວຊື້” ລົງບົດຄວາມສໍາຄັນຂອງທ່ານສີຈິ້ນຜິງ

2024-07-01 11:28:29 CRI

   ວາລະສານ “ສິວຊື້” (ສະແຫວງຫາຄວາມເປັນຈິງ) ສະບັບທີ 13 ທີ່ພິມຈໍາໜ່າຍໃນວັນທີ 1 ກໍລະກົດນີ້ໄດ້ລົງບົດຄວາມສໍາຄັນຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກໍາມະການການທະຫານສູນກາງຈີນທີ່ພາດຫົວຂໍ້ວ່າ “ພາລະກໍາຂອງພັກກອມມູນິດຈີນບົນຂະບວນການໃໝ່ໃນຍຸກໃໝ່” ເຊິ່ງເປັນສ່ວນໜຶ່ງຂອງບົດລາຍງານການເມືອງທີ່ທ່ານ ສີຈິ້ນຜິງ ຜ່ານຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນເມື່ອວັນທີ 16 ຕຸລາ 2022.


   ເນື້ອໃນບົດຄວາມໄດ້ເນັ້ນໜັກວ່າ: ນັບແຕ່ປັດຈຸບັນນີ້ເປັນຕົ້ນໄປ, ໜ້າທີ່ໃຈກາງຂອງພັກກອມມູນິດຈີນແມ່ນສາມັກຄີ ແລະ ນໍາພາປະຊາຊົນບັນດາເຜົ່າທົ່ວປະເທດຈີນສ້າງປະເທດສັງຄົມນິຍົມທີ່ເຂັ້ມແຂງທັນສະໄໝໃຫ້ສຳເລັດຜົນຢ່າງຮອບດ້ານ ແລະ ບັນລຸເປົ້າໝາຍສູ້ຊົນຮ້ອຍປີເຫດການທີ 2, ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ. ທົ່ວພັກຕ້ອງເດັດດ່ຽວຮັກສາຄວາມໝັ້ນໃຈ, ບຸກບືນສູ້ຊົນ, ເປັນເຈົ້າການໃນການຮັບຮູ້ການປ່ຽນແປງ, ຮັບມືກັບສະພາບການປ່ຽນແປງ ແລະ ສະແຫວງຫາການປ່ຽນແປງ, ພ້ອມທັງເປັນເຈົ້າການປ້ອງກັນ ແລະ ແກ້ໄຂຄວາມສ່ຽງ ເພື່ອຍາດເອົາໄຊຊະນະອັນໃໝ່ໃນການສ້າງສາປະເທດສັງຄົມນິຍົມທັນສະໄໝຮອບດ້ານຢ່າງບໍ່ຢຸດຢັ້ງ!