ນະໂຍບາຍຍົກເວັ້ນວິຊາຕໍ່ນັກທ່ອງທ່ຽວຈີນຂອງລາວມີຜົນບັງຄັບໃຊ້ຢ່າງເປັນທາງການ

2024-07-01 10:53:20 cri

ອີງຕາມເອກະສານທີ່ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳແລະທ່ອງທ່ຽວລາວລົງນາມໃນຫວ່າງມໍ່ໆມານີ້, ນະໂຍບາຍຍົກເວັ້ນວິຊາຕໍ່ນັກທ່ອງທ່ຽວຈີນຂອງລາວແມ່ນມີຜົນບັງຄັບໃຊ້ຢ່າງເປັນທາງການນັບແຕ່ວັນທີ 1 ກໍລະກົດນີ້ເປັນຕົ້ນໄປຈົນຮອດວັນທີ 31 ທັນວາ 2024.



ເອກະສານດັ່ງກ່າວກຳນົດວ່າ: ສປປ ລາວໄດ້ປະຕິບັດນະໂຍບາຍຍົກເວັ້ນວິຊາ 15 ວັນຕໍ່ນັກທ່ອງທ່ຽວຈີນ ເຊິ່ງລວມທັງແຜ່ນດິນໃຫຍ່ຈີນ, ຮົງກົງ, ມາກາວ ແລະ ໄຕ້ຫວັນ ທີ່ຖືພາສປອດທົ່ວໄປແລະຈັດຕັ້ງໂດຍບໍລິສັດທ່ອງທ່ຽວລາວ. ເອກະສານດັ່ງກ່າວຍັງກຳນົດວ່າ: ການເດີນທາງຕ້ອງຈັດຕັ້ງໂດຍບໍລິສັດທ່ອງທ່ຽວລາວ ແລະໄດ້ຮັບການອະນຸຍາດຈາກກະຊວງຖະແຫຼງຂ່າວ, ວັດທະນະທຳແລະທ່ອງທ່ຽວ ແລະ ກົມຕຳຫຼວດກວດກາຄົນເຂົ້າອອກເມືອງກະຊວງປ້ອງກັນຄວາມສະຫງົບຂອງລາວ.