ທ່ານສີຈິ້ນຜິງເປັນປະທານການຮ່ຳຮຽນລວມໝູ່ຄັ້ງທີ15ຂອງກົມການເມືອງສູນກາງພັກກອມມູນິດຈີນ

2024-07-01 14:44:01 cri

ຕອນບ່າຍວັນທີ27ມິຖຸນາຜ່ານມາ, ກົມການເມືອງສູນກາງພັກກອມມູນິດຈີນໄດ້ຈັດການຮ່ຳຮຽນລວມໝູ່ກ່ຽວກັບການບູລະນະລະບົບຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານໂດຍການເປັນປະທານຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ.

ໃນໂອກາດດັ່ງກ່າວ, ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: ການກໍ່ສ້າງພັກໃນຍຸກໃໝ່ແມ່ນຖືເອົາການກໍ່ສ້າງພັກດ້ານການເມືອງເປັນບ່ອນອີງ, ຕ້ອງບູລະນະລະບົບການຈັດຕັ້ງທີ່ປະສານສົມທົບເປັນເອກະພາບກັນ ແລະປະຕິບັດງານຢ່າງມີປະສິດທິຜົນ, ຕ້ອງບູລະນະລະບົບສຶກສາອົບຮົມທີ່ເສີມສ້າງພື້ນຖານແລະເພີ່ມຄວາມສາມັກຄີເປັນປຶກແຜ່ນ,ຕ້ອງບູລະນະລະບົບຕິດຕາມຄຸ້ມຄອງທີ່ໃຊ້ມາດຕະການຢ່າງຖືກເປົ້າໝາຍ ແລະແກ້ໄຂບັນຫາເຖິງກົກເຖິງຮາກ, ຕ້ອງບູລະນະລະບົບລະບຽບການທີ່ຄົບຖ້ວນຕາມຫຼັກວິທະຍາສາດແລະມີປະສິດທິຜົນ, ຕ້ອງບູລະນະລະບົບຄວາມຮັບຜິດຊອບທີ່ມີຜູ້ຮັບຜິດຊອບຢ່າງຊັດເຈນແລະມີຂໍ້ຮຽກຮ້ອງອັນຈະແຈ້ງ, ສະໜອງສິ່ງຮັບປະກັນອັນເຂັ້ມແຂງເພື່ອຊຸກຍູ້ການສ້າງປະເທດເຂັ້ມແຂງແລະພາລະກິດອັນຍິ່ງໃຫຍ່ແຫ່ງການຟື້ນຟູຄວມຈະເລີນຮຸ່ງເຮືອງຂອງຊາດຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ.