ອົງການຈັດຕັ້ງສູນກາງຈີນປະຈໍາຮົງກົງຈັດພິທີຊັກທຸງຊາດຂຶ້ນສູ່ຍອດເສົາເພື່ອສະເຫຼີມສະຫຼອງຮົງກົງກັບຄືນສູ່ປະເທດຊາດຄົບຮອບ 27 ປີ

2024-07-01 11:31:18 CRI

 

   ຕອນຮຸ່ງເຊົ້າວັນທີ 1 ກໍລະກົດນີ້, ອົງການຈັດຕັ້ງສູນກາງຈີນປະຈໍາເຂດບໍລິຫານພິເສດຮົງກົງໄດ້ຈັດພິທີຊັກທຸງຊາດຂຶ້ນສູ່ຍອດເສົາ ເພື່ອສະເຫຼີມສະຫຼອງຮົງກົງກັບຄືນສູ່ປະເທດຊາດຄົບຮອບ 27 ປີ.


   ຕອນເຊົ້າເວລາ 7 ໂມງຂອງມື້ດຽວກັນ, ຫ້ອງການຕິດຕໍ່ພົວພັນຂອງລັດຖະບານຈີນປະຈໍາເຂດບໍລິຫານພິເສດຮົງກົງ ແລະ ສຳນັກງານຜູ້ຕາງໜ້າກະຊວງການຕ່າງປະເທດຈີນປະຈຳເຂດບໍລິຫານພິເສດຮົງກົງຕ່າງໄດ້ຈັດພິທີຊັກທຸງຊາດຂຶ້ນສູ່ຍອດເສົາ ເພື່ອສະເຫຼີມສະຫຼອງຮົງກົງກັບຄືນສູ່ປະເທດຊາດຄົບຮອບ 27 ປີ.