CMG ເຜີຍແຜ່ “ບົດລາຍງານການເຄື່ອນໄຫວ ESG ປີ 2024”

2024-07-01 11:54:34 cri

ຕອນບ່າຍວັນທີ 30 ມິຖຸນາ 2024 ນີ້, ສູນລາຍການເສດຖະກິດການເງິນຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ເຜີຍແຜ່ “ບົດລາຍງານການເຄື່ອນໄຫວສະພາບແວດລ້ອມ, ສັງຄົມ ແລະ ການຄຸ້ມຄອງບໍລິສັດ ຫຼື ESG ປີ 2024” ຢູ່ນະຄອນຫຼວງປັກກິ່ງຢ່າງເປັນທາງການ.

ລະບົບການປະເມີນຜົນຂອງ ESG ໄດ້ລວມເອົາທັງສາມຂົງເຂດ ຄື: ສະພາບແວດລ້ອມ, ສັງຄົມ ແລະ ການຄຸ້ມຄອງບໍລິສັດ ໂດຍໄດ້ປະເມີນຄວາມຍືນຍົງຂອງການດຳເນີນທຸລະກິດຂອງວິສາຫະກິດ ແລະ ຜົນສະທ້ອນທີ່ມີຕໍ່ຄ່ານິຍົມໃນສັງຄົມ. ບົດລາຍງານສະບັບນີ້ໄດ້ເລືອກເອົາບໍລິສັດ 6.471 ແຫ່ງທີ່ຂາຍຫຸ້ນທົ່ວໄປເປັນເງິນຢວນຈີນຢູ່ຕະຫຼາດຫຼັກຊັບແຜ່ນດິນໃຫຍ່ຈີນ ແລະ ຂາຍຫຸ້ນຢູ່ຕະຫຼາດຫຼັກຊັບຮົງກົງເປັນຕົວຢ່າງ, ເລືອກເອົາບໍລິສັດທີ່ຂາຍຫຸ້ນໃນຕະຫຼາດຫຼັກຊັບ 972 ແຫ່ງ ເປັນເປົ້າໝາຍປະເມີນຜົນ, ສະແດງໃຫ້ເຫັນເຖິງຈຸດພິເສດແລະທ່າອ່ຽງ ESG ຂອງວິສາຫະກິດຈີນ, ຮຽບຮຽງເປັນລາຍຊື່ການຈັດອັນດັບບໍລິສັດທີ່ຂາຍຫຸ້ນໃນຕະຫຼາດຫຼັກຊັບດີເດັ່ນ 100 ແຫ່ງຂອງ ESG ຈີນ 2024 ແລະ ໃຫ້ຄຳແນະນຳເພື່ອຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງຂອງ ESG ຈີນ.

ໃນການເຜີຍແຜ່ຄັ້ງນີ້, ເວທີບໍລິການດ້ານການເຜີຍແຜ່ຂໍ້ມູນ ESG ແຫ່ງທຳອິດພາຍໃນປະເທດຈີນໄດ້ເປີດນຳໃຊ້ຢ່າງເປັນທາງການ.