ກະຊວງຍຸຕິທໍາອາເມຣິກາຮຽກຮ້ອງໃຫ້ບໍລິສັດໂບອິງຍອມຮັບໂທດສໍ້ໂກງທາງອາຍາ

2024-07-01 11:48:15 CRI

 

   ວັນທີ 30 ມິຖຸນາຜ່ານມາ, ກະຊວງຍຸຕິທໍາອາເມຣິກາພວມຮຽກຮ້ອງໃຫ້ບໍລິສັດໂບອິງອາເມຣິກາຈົ່ງຍອມຮັບໂທດສໍ້ໂກງທາງອາຍາກ່ຽວກັບເຫດການຍົນຕົກທີ່ເຮັດໃຫ້ມີຜູ້ເສຍຊີວິດ 2 ເຫດການ, ບໍ່ດັ່ງນັ້ນບໍລິສັດໂບອິງຈະປະເຊີນກັບການໄຕ່ສວນທາງອາຍາຂອງກະຊວງຍຸຕິທໍາ. ທັງນີ້, ບໍລິສັດໂບອິງຕ້ອງຍອມຮັບ ຫຼື ປະຕິເສດຂໍ້ສະເໜີທີ່ກ່ຽວຂ້ອງກ່ອນທ້າຍອາທິດໜ້າ, ລວມທັງຈ່າຍຄ່າປັບໃໝເກືອບ 244 ລ້ານໂດລາ, ການລົງທຶນຮອບໃໝ່ເພື່ອປັບປຸງວຽກງານຄວາມປອດໄພ ແລະ ເຫັນດີຕໍ່ຂໍ້ສະເໜີວ່າດ້ວຍການຈັດຕັ້ງເຈົ້າໜ້າທີ່ຕິດຕາມກວດກາທ່ານໜຶ່ງເພື່ອດໍາເນີນການຕິດຕາມກວດກາແບບອິດສະຫຼະຕໍ່ສະພາບການຮັກສາກົດໝາຍວ່າດ້ວຍການຕ້ານການສໍ້ໂກງຂອງບໍລິສັດດັ່ງກ່າວເປັນເວລາ 3 ປີ.


   ກ່ອນໜ້ານີ້, ກະຊວງຍຸຕິທໍາອາເມຣິກາເຄີຍຢືນຢັນໃນເດືອນພຶດສະພາປີນີ້ວ່າ: ກະຊວງຕົນໄດ້ຊີ້ຂາດວ່າບໍລິສັດໂບອິງລະເມີດສັນຍາວ່າດ້ວຍການເລື່ອນເວລາການຮ້ອງຟ້ອງທີ່ໄດ້ບັນລຸໃນປີ 2021 ເຊິ່ງສັນຍາດັ່ງກ່າວເຄີຍຊ່ວຍໃຫ້ບໍລິສັດໂບອິງເວັ້ນຈາກການຖືກກ່າວຟ້ອງທາງອາຍາກ່ຽວກັບເຫດການຍົນຕົກທີ່ເຮັດໃຫ້ມີຜູ້ເສຍຊີວິດ 2 ເຫດການທີ່ເກີດຂຶ້ນໃນປີ 2018 ແລະ 2019. ບໍລິສັດໂບອິງອ້າງວ່າບໍລິສັດຕົນບໍ່ໄດ້ລະເມີດສັນຍາສະບັບດັ່ງກ່າວ, ສ່ວນກະຊວງຍຸຕິທໍາອາເມຣິກາຈະແຈ້ງໃຫ້ສານຮັບຊາບວ່າຈະຮ້ອງຟ້ອງບໍລິສັດໂບອິງຫຼືບໍ່ກ່ອນວັນທີ 7 ກໍລະກົດນີ້.