ຈັດພິທີເປີດກິດຈະກຳອອກອາກາດລາຍການດີເດັ່ນຂອງCMGຢູ່ຕັດຈິກິດສະຖານ

2024-07-01 11:57:18 cri



ເນື່ອງໃນໂອກາດທີ່ທ່ານສີຈິ້ນຜິງ ປະທານປະເທດຈີນຈະເດີນທາງໄປຢ້ຽມຢາມຕັດຈິກິດສະຖານທາງລັດຖະກິດ, ວັນທີ30 ມິຖຸນາຜ່ານມາ, ພິທີເປີດກິດຈະກຳອອກອາກາດລາຍການດີເດັ່ນຂອງວິທະຍຸໂທລະພາບສູນກາງຈີນຫຼືCMGຢູ່ຕັດຈິກິດສະຖານໂດຍCMGຮ່ວມກັບສຳນັກຂ່າວສານໂຄວາຣ໌ (Khovar News Agency)ເຊິ່ງເປັນສຳນັກຂ່າວສານແຫ່ງຊາດຕັດຈິກິດສະຖານແລະ   ໂທລະພາບຊີນາໂມ(Sinamo) ຕັດຈິກິດສະຖານເປັນເຈົ້າພາບນັ້ນໄດ້ຈັດຂຶ້ນຢູ່ນະຄອນຫຼວງດູຊານເບ. ໃນກິດຈະກຳຄັ້ງນີ້, ຈຳນວນ10ກວ່າລາຍການດີເດັ່ນຂອງCMGເຊິ່ງລວມທັງ ລາຍການ “ພົບກັບທ່ານສີຈິ້ນຜິງ” ຈະອອກອາກາດຜ່ານສື່ສຳຄັນຕ່າງໆຂອງຕັດຈິກິດສະຖານຕາມລຳດັບເຊັ່ນ: ສຳນັກຂ່າວສານໂຄວາຣ໌,ໂທລະພາບຊີນາໂມເປັນຕົ້ນ ໂດຍຈະດຳເນີນໄປຈົນຮອດວັນທີ6ກໍລະກົດນີ້. ສື່ມວນຊົນຕ່າງໆຂອງຕັດຈິກິດສະຖານໄດ້ລາຍງານຂ່າວກ່ຽວກັບກິດຈະກຳ ອອກອາກາດຄັ້ງນີ້.