ສະມັດຊາໃຫຍ່ອົງການສະຫະປະຊາຊາດຮັບຮອງມະຕິກ່ຽວກັບການເພີ່ມທະວີການຮ່ວມມືສາກົນດ້ານການເສີມສ້າງຄວາມສາມາດຂອງປັນຍາປະດິດທີ່ສະເໜີໂດຍຈີນ

2024-07-02 11:37:03 CRI

 

   ວັນທີ 1 ກໍລະກົດນີ້, ສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 78 ໄດ້ເປັນເອກະພາບກັນຮັບຮອງມະຕິກ່ຽວກັບການເພີ່ມທະວີການຮ່ວມມືສາກົນດ້ານການເສີມສ້າງຄວາມສາມາດຂອງປັນຍາປະດິດທີ່ສະເໜີໂດຍຈີນ, ມະຕິສະບັບດັ່ງກ່າວແມ່ນໄດ້ຮັບການລົງນາມຮ່ວມກັນຈາກ 140 ກວ່າປະເທດ.


   ໃນໂອກາດແນະນໍາຮ່າງມະຕິຕໍ່ກອງປະຊຸມຄົບຄະນະຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 78, ທ່ານ ຟູ້ຊົງ ຜູ້ຕາງໜ້າຖາວອນຂອງຈີນປະຈໍາອົງການສະຫະປະຊາຊາດກ່າວວ່າ: ມະຕິສະບັບນີ້ໄດ້ສຸມໃສ່ຫົວຂໍ້ການເສີມສ້າງຄວາມສາມາດຂອງປັນຍາປະດິດ, ໂດຍໄດ້ສະເໜີມາດຕະການສໍາຄັນຕ່າງໆທີ່ຕິດແທດຕົວຈິງໂດຍປິ່ນອ້ອມການເພີ່ມທະວີການຮ່ວມມືສາກົນທີ່ກ່ຽວຂ້ອງ, ເຊິ່ງມີຈຸດປະສົງເພື່ອຊ່ວຍເຫຼືອປະເທດຕ່າງໆໂດຍສະເພາະແມ່ນບັນດາປະເທດພວມພັດທະນາໃຫ້ໄດ້ຮັບຜົນປະໂຫຍດຢ່າງສະເໝີພາບກັນຈາກການພັດທະນາຂອງປັນຍາປະດິດ, ຫຼຸດຜ່ອນຊ່ອງຫວ່າງດ້ານດີຈີຕອນ, ປັບປຸງການຄຸ້ມຄອງປັນຍາປະດິດທົ່ວໂລກໃຫ້ສົມບູນຂຶ້ນ ເພື່ອເລັ່ງລັດຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ.


   ມະຕິສະບັບນີ້ໃນຖານະເປັນມະຕິສະບັບທໍາອິດກ່ຽວກັບການຮ່ວມມືສາກົນດ້ານການເສີມສ້າງຄວາມສາມາດຂອງປັນຍາປະດິດຂອງອົງການສະຫະປະຊາຊາດ, ໄດ້ສ່ອງແສງໃຫ້ເຫັນເຖິງເນື້ອໃນໃຈຄວາມຂອງ “ຂໍ້ລິເລີ່ມວ່າດ້ວຍການຄຸ້ມຄອງປັນຍາປະດິດທົ່ວໂລກ” ແລະ ຂໍ້ລິເລີ່ມການພັດທະນາທົ່ວໂລກຢ່າງເຕັມສ່ວນ, ໄດ້ສະແດງໃຫ້ເຫັນເຖິງການສະໜັບສະໜູນຢ່າງຕັ້ງໜ້າຕໍ່ລັດທິຫຼາຍຝ່າຍ ແລະ ອົງການສະຫະປະຊາຊາດ ພ້ອມທັງເປັນອີກມາດຕະການສໍາຄັນໜຶ່ງຂອງອົງການສະຫະປະຊາຊາດໃນການຈັດຕັ້ງປະຕິບັດແນວຄິດປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ.