ນາຍົກຈີນຈະເຂົ້າຮ່ວມກອງປະຊຸມປັນຍາປະດິດໂລກ ແລະກອງປະຊຸມລະດັບສູງກ່ຽວກັບການຄຸ້ມຄອງປັນຍາປະດິດໂລກ 2024

2024-07-02 22:03:52 cri


ວັນທີ 2 ກໍລະກົດນີ້, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນເປີດເຜີຍໃຫ້ຮູ້ວ່າ: ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນຈະເຂົ້າຮ່ວມພິທີເປີດກອງປະຊຸມປັນຍາປະດິດໂລກແລະກອງປະຊຸມລະດັບສູງກ່ຽວກັບການຄຸ້ມຄອງປັນຍາປະດິດໂລກ 2024 ທີ່ຈະຈັດຂຶ້ນຢູ່ນະຄອນຊຽງໄຮໃນວັນທີ 4 ກໍລະກົດນີ້ ແລະກ່າວປາຖະກະຖາ.