ຈີນນຳສະເໜີສະພາບທີ່ກ່ຽວຂ້ອງຂອງ “ຖະແຫຼງການປັກກິ່ງກ່ຽວກັບພິທີລະນຶກການຖະແຫຼງຫຼັກ 5 ປະການຢູ່ຮ່ວມກັນໂດຍສັນຕິຄົບຮອບ 70 ປີ”

2024-07-02 16:56:25 cri

ວັນທີ 28 ມິຖຸນາຜ່ານມານີ້, ກິດຈະກຳລະນຶກການຖະແຫຼງຫຼັກ 5 ປະການຢູ່ຮ່ວມກັນໂດຍສັນຕິຄົບຮອບ 70 ປີ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ຫຼັງຈາກກິດຈະກຳສິ້ນສຸດລົງ, ຈີນໄດ້ເຜີຍແຜ່ “ຖະແຫຼງການປັກກິ່ງກ່ຽວກັບພິທີລະນຶກການຖະແຫຼງຫຼັກ 5 ປະການຢູ່ຮ່ວມກັນໂດຍສັນຕິຄົບຮອບ 70 ປີ”. ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນເມື່ອວັນທີ 1 ກໍລະກົດນີ້, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ນຳສະເໜີສະພາບການທີ່ກ່ຽວຂ້ອງ.

ທ່ານນາງເໝົາໜິງຢືນຢັນວ່າ: ຝ່າຍຕ່າງໆເຫັນວ່າ: ການຖະແຫຼງຫຼັກ 5 ປະການຢູ່ຮ່ວມກັນໂດຍສັນຕິມີຄວາມໝາຍສຳຄັນເປັນຢ່າງຍິ່ງແບບໄຂສັງກາດໃໝ່. ການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດແມ່ນຄວາມຈຳເປັນທາງປະຫວັດສາດແຫ່ງການຍຶດໝັ້ນແລະເສີມຂະຫຍາຍຫຼັກ 5 ປະການຢູ່ຮ່ວມກັນໂດຍສັນຕິພາຍໃຕ້ສະພາບການໃໝ່. “ພາກໃຕ້ໂລກ” ເຊິ່ງລວມທັງປະເທດພວມພັດທະນາໃນອາຟຣິກາ, ອາເມຣິກາລາຕິນແລະເຂດກາລິບຽນ, ເກາະດອນປາຊີຟິກແລະອາຊີ ເປັນກຳລັງຂໍກຸນແຈສຳຄັນໃນການສົ່ງເສີມແລະປະຕິບັດຫຼັກການດັ່ງກ່າວ. ຝ່າຍຕ່າງໆຊົມເຊີຍຈີນທີ່ໄດ້ສະເໜີມາດຕະການສຳຄັນເພື່ອສະໜັບສະໜູນການຮ່ວມມື “ພາກໃຕ້ໂລກ”.

ຈີນຍິນດີຮ່ວມກັບຝ່າຍຕ່າງໆ, ຮ່ວມກັນຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນອັນກວ້າງຂວາງ ທີ່ບັນລຸໄດ້ໃນກິດຈະກຳຄັ້ງນີ້, ເສີມຂະຫຍາຍຫຼັກ 5 ປະການຢູ່ຮ່ວມກັນໂດຍສັນຕິ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ສ້າງອະນາຄົດທີ່ດີງາມກວ່າເກົ່າຂອງສັງຄົມມະນຸດ.