ຈັດກິດຈະກຳ “ການສົນທະນາລະຫວ່າງອະລິຍະທຳ” ຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນິວຢອກ

2024-07-02 22:06:18 cri

ວັນທີ 1 ກໍລະກົດນີ້, ພິທີເປີດງານວາງສະແດງພິເສດພາຍໃຕ້ຫົວຂໍ້ “ການສົນທະນາລະຫວ່າງອະລິຍະທຳ” ທີ່ວິທະຍຸໂທລະພາບສູນກາງຈີນຫຼື CMG ເປັນເຈົ້າພາບໄດ້ຈັດຂຶ້ນຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນະຄອນນິວຢອກປະເທດອາເມຣິກາ.ທ່ານເຊິ້ນໄຫສົງຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ, ຜູ້ອຳນວຍການໃຫຍ່ CMG ໄດ້ປະກອບຄຳເຫັນທາງລາຍລັກອັກສອນຕໍ່ພິທີດັ່ງກ່າວ.

ໃນການປະກອບຄຳເຫັນ, ທ່ານເຊິ້ນໄຫສົງ ກ່າວວ່າ: ສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 78 ໄດ້ຜ່ານການເປິກສາຫາລືແລ້ວເປັນເອກກະພາບກັນຮັບຮອງມະຕິກ່ຽວກັບການສ້າງຕັ້ງວັນສາກົນເພື່ອການສົນທະນາລະຫວ່າງອະລິຍະທຳ ທີ່ສະເໜີໂດຍຈີນ, ໂດຍຕົກລົງກຳນົດເອົາ ວັນທີ 10 ມິຖຸນາເປັນວັນສາກົນເພື່ອການສົນທະນາລະຫວ່າງອະລິຍະທຳ. ມະຕິດັ່ງກ່າວໄດ້ສ່ອງແສງໃຫ້ເຫັນເຖິງຂໍ້ລິເລີ່ມອະລິຍະທຳທົ່ວໂລກທີ່ສະເໜີໂດຍທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຮັບຄວາມເຫັນດີເຫັນພ້ອມຢ່າງກວ້າງຂວາງຈາກປະຊາຄົມໂລກ.

ກິດຈະກຳເທື່ອນີ້ມີຈຸດປະສົງເພື່ອຄົ້ນຄວ້າຊ່ອງທາງໃໝ່ດ້ານການສົນທະນາລະຫວ່າງອະລິຍະທຳ, ສ້າງຂົວຕໍ່ແຫ່ງການແລກປ່ຽນວັດທະນະທຳ, ການຖອດຖອນບົດຮຽນເຊິ່ງກັນແລະກັນລະຫວ່າງອະລິຍະທຳ ແລະ ການເຊື່ອມສານຈິດໃຈ.