6 ເດືອນຕົ້ນປີນີ້ ປະລິມານສົ່ງເຄື່ອງດ່ວນທົ່ວປະເທດຈີນບັນລຸ 80 ຕື້ກວ່າອັນ

2024-07-02 09:06:34 cri


ອີງຕາມຕົວເລກສະຖິຕິຂອງອົງການໄປສະນີແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ນັບມາຮອດວັນທີ 30 ມິຖຸນາແລ້ວນີ້, ປະລິມານສົ່ງເຄື່ອງດ່ວນໃນທົ່ວປະເທດຈີນໄດ້ບັນລຸຫຼາຍກວ່າ 80 ຕື້ອັນ, ເຊິ່ງໄດ້ໄວຂຶ້ນອີກ 59 ມື້ເມື່ອທຽບໃສ່ປີ 2023. 

ນັບແຕ່ຕົ້ນປີນີ້ມາ, ຕະຫຼາດສົ່ງເຄື່ອງດ່ວນຂອງຈີນສືບຕໍ່ພັດທະນາໄປຢ່າງວ່ອງໄວ, ປະລິມານສົ່ງເຄື່ອງດ່ວນມີຫຼາຍກວ່າ 13 ຕື້ອັນຕໍ່ເດືອນ. ໂດຍສະເພາະພາຍຫຼັງເຂົ້າສູ່ເດືອນມິຖຸນາຜ່ານມານີ້, ຍ້ອນປັດໄຈຕ່າງໆເຊັ່ນເວທີການຄ້າເອເລັກໂຕຣນິກສົ່ງເສີມການຂາຍສິນຄ້າໃນກາງປີ, ປະລິມານສົ່ງເຄື່ອງດ່ວນຂອງຈີນສະເລ່ຍແລ້ວແມ່ນມີຫຼາຍກວ່າ 500 ລ້ານອັນຕໍ່ວັນ.