ການຂົນສົ່ງຜູ້ໂດຍສານທາງລົດໄຟໃນລະດູຮ້ອນປີ 2024 ຂອງຈີນຄາດວ່າຈະບັນລຸ 860 ລ້ານເທື່ອຄົນ

2024-07-02 09:05:53 cri


ກຸ່ມບໍລິສັດທາງລົດໄຟຈີນເປີດເຜີຍໃຫ້ຮູ້ວ່າ: ວັນທີ 1 ກໍລະກົດນີ້, ການຂົນສົ່ງຜູ້ໂດຍສານໃນລະດູຮ້ອນປີ 2024 ຂອງທົວ່ປະເທດຈີນທີ່ຈະດຳເນີນໄປເປັນເວລາ 62 ວັນໄດ້ເລີ່ມຕົ້ນຂຶ້ນຢ່າງເປັນທາງການແລ້ວ. ລະຫວ່າງວັນທີ 1 ກໍລະກົດຫາວັນທີ 31 ສິງຫາປີນີ້, ຄາດວ່າທາງລົດໄຟຂອງທົ່ວປະເທດຈີນຈະຂົນສົ່ງຜູ້ໂດຍສານ 860 ລ້ານເທື່ອຄົນ, ສະເລ່ຍແລ້ວຈະບັນລຸ 13.870.000 ເທື່ອຄົນຕໍ່ວັນ.