ໂຄງການໃຫຍ່ພິເສດເຮັດໃຫ້ປະເທດຕ່າງໆໃນໂລກຮ່ວມກັນຊົມໃຊ້ຜົນປະໂຫຍດຈາກການພັດທະນາຂອງຈີນ

2024-07-02 10:05:30 CRI



ວັນທີ 30 ມິຖຸນາ 2024ນີ້, ເສັ້ນທາງຜ່ານລະຫວ່າງນະຄອນເສີ່ນເຈີ້ນ -ນະຄອນຈົ່ງສ່ານ ທີ່ເປັນໂຄງການສຳຄັນລະດັບຊາດຂອງຈີນໄດ້ເລີ່ມເປີດແລ່ນລົດທົດລອງການບໍລິການຢ່າງເປັນທາງການ. ໂຄງການໃຫຍ່ພິເສດທີ່ມີໄລຍະທາງປະມານ 24 ກິໂລແມັດນີ້, ໄດ້ເຮັດໃຫ້ເວລາການເດີນທາງຈາກນະຄອນເສີ່ນເຈີ້ນໄປສູ່ນະຄອນຈົ່ງສ່ານຫຼຸດລົງຈາກປະມານ 2 ຊົ່ວໂມງເຫຼືອພຽງແຕ່ 30 ນາທີເທົ່ານັ້ນ, “ວົງແຫວນການເດີນທາງພາຍໃນເຄິ່ງຊົ່ວໂມງ” ທີ່ກວມເອົານະຄອນເສີ່ນເຈີ້ນ-ນະຄອນຈົ່ງສ່ານ, “ວົງແຫວນການເດີນທາງພາຍໃນ 1 ຊົ່ວໂມງ” ທີ່ກວມເອົາເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວ ໄດ້ຄ່ອຍໆຫັນຈາກວິໄສທັດແຫ່ງການພັດທະນາຈົນກາຍມາເປັນຄວາມຈິງໃນຊີວິດປະຈຳວັນ.



ທາງຜ່ານລະຫວ່າງນະຄອນເສີ່ນເຈີ້ນ -ນະຄອນຈົ່ງສ່ານເປັນໂຄງການຄົມມະນາຄົມໃຫຍ່ພິເສດທີ່ສ້າງສຳເລັດອີກໂຄງການໜຶ່ງຢູ່ເຂດອ່າວໃຫຍ່ ກວາງຕຸ້ງ-ຮົງກົງ-ມາກາວ ເຊິ່ງຖັດຈາກຂົວໃຫຍ່ແຂວງກວາງຕຸ້ງ-ຮົງກົງ-ມາກາວ, ທາງຜ່ານລະຫວ່າງນະຄອນເສີ່ນເຈີ້ນ -ນະຄອນຈົ່ງສ່ານຮ່ວມກັບ ຂົວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວ,ຂົວໃຫຍ່ນານຊ່າ, ແລະ ຂົວໃຫຍ່ຫູເມີນທີ່ໄດ້ສ້າງສຳເລັດແລະ ໄດ້ເປີດແລ່ນລົດແລ້ວນັ້ນ, ປະກອບເປັນກຸ່ມທາງຜ່ານຂ້າມທະເລ ແລະ ຂ້າມແມ່ນ້ຳຢູ່ເຂດອ່າວໃຫຍ່ດັ່ງກ່າວ. ຫຼັງຈາກທາງຜ່ານລະຫວ່າງນະຄອນເສີ່ນເຈີ້ນ -ນະຄອນຈົ່ງສ່ານເປີດບໍລິການແລ້ວ, ການປະສານງານດ້ານອຸດສາຫະກຳຢູ່ສອງຝັ່ງແມ່ນ້ຳຈູ່ຈ່ຽງຈະແໜ້ນແຟ້ນຫຼາຍກວ່າເກົ່າ, ການວາງແຜນອຸດສາຫະກຳຈະໄດ້ຮັບການປັບປຸງໃຫ້ດີກວ່າເກົ່າ, ມີຜົນດີຕໍ່ການຊຸກຍູ້ໃຫ້ຕະຫຼາດເຂດອ່າວໃຫຍ່ເຊື່ອມໂຍງເຂົ້າກັນ, ມີຜົນດີຕໍ່ການເລັ່ງລັດການສ້າງສູນນະວັດຕະກຳວິທະຍາສາດເຕັກນິກສາກົນເຂດອ່າວໃຫຍ່ ກວາງຕຸ້ງ-ຮົງກົງ-ມາກາວ, ມີຜົນດີຕໍ່ແຂວງກວາງຕຸ້ງຮ່ວມມືກັບຮົງກົງ ແລະ ມາກາວເພື່ອສ້າງເປັນເຂດອ່າວລະດັບສຸດຍອດຂອງສາກົນ ແລະ ເປັນກຸ່ມຕົວເມືອງລະດັບສຸດຍອດຂອງໂລກນຳອີກ.



ພື້ນຖານໂຄງລ່າງເປັນສິ່ງຄ້ຳປະກັນທີ່ສຳຄັນສຳລັບການພັດທະນາເສດຖະກິດສັງຄົມ, ພາຍໃຕ້ຫຼັກການກໍ່ສ້າງທີ່ລ້ຳຍຸກຢ່າງເໝາະສົມນັ້ນ, ການກໍ່ສ້າງພື້ນຖານໂຄງລ່າງດ້ານຄົມມະນາຄົມຂອງຈີນໄດ້ຮັບຜົນສຳເລັດແບບປະຈັກຕາຕໍ່ຊາວໂລກ, ໄດ້ສ້າງເຄືອຂ່າຍເສັ້ນທາງລົດໄຟຄວາມໄວສູງ, ເຄືອຂ່າຍທາງດ່ວນ ແລະ ກຸ່ມທ່າກຳປັ່ນລະດັບໂລກໃຫຍ່ທີ່ສຸດຂອງໂລກ. ສະໜາມບິນຕ້າຊິ່ງນະຄອນຫຼວງປັກກິ່ງ, ຂົວໃຫຍ່ເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວ, ທ່າທຽບເຮືອອັດຕະໂນມັດໃນທ່າກຳປັ່ນທ່າຢາງສ່ານນະຄອນຊຽງໄຮ້ ແລະ ໂຄງການທີ່ເປັນຂີດໝາຍອື່ນໆ, ໄດ້ເປັນສັກຂີພິຍານໃຫ້ແກ່ຈີນທີ່ກ້າວໄປສູ່ປະເທດເຂັ້ມແຂງດ້ານຄົມມະນາຄົມ.



ການເຊື່ອມຈອດພື້ນຖານໂຄງລ່າງເປັນຂົງເຂດບຸລິມະສິດໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ໃນໄລຍະ 10 ປີຜ່ານມານີ້, ຈີນ ແລະ ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນຢ່າງຕໍ່ເນື່ອງ, “ໂຄງການໃຫຍ່ພິເສດ” ດ້ານພື້ນຖານໂຄງລ່າງຫຼາຍໂຄງການ ໄດ້ສ້າງສຳເລັດ ຢູ່ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ເຊິ່ງເປັນການຊ່ວຍຊຸກຍູ້ໃຫ້ປະຊາຊົນທ້ອງຖິ່ນບັນລຸຄວາມໃຝ່ຝັນຂອງຕົນ ໃນການສ້າງຄວາມຈະເລີນຮຸ່ງເຮືອງ, ທັງໄດ້ເພີ່ມພະລັງຊີວິດເຂົ້າໃນເສດຖະກິດໂລກ. ວັນທີ 2 ຕຸລາ 2023ຜ່ານມາ, ເສັ້ນທາງລົດໄຟຄວາມໄວສູງເສັ້ນທຳອິດຂອງອິນໂດເນເຊຍກໍຄື ອາຊີຕາເວັນອອກສຽງໃຕ້ໄດ້ເລີ່ມເປີດນຳໃຊ້ຢ່າງເປັນທງການ, ເຮັດໃຫ້ເວລາການເດີນທາງລະຫວ່າງນະຄອນຫຼວງຈາກາຕາກັບບັນດຸງຫຼຸດລົງຈາກ 3 ຊົ່ວໂມງປາຍ ເຫຼືອພຽງແຕ່ 40 ກວ່ານາທີເທົ່ານັ້ນ, ເຊິ່ງໄດ້ເພີ່ມແຮງຂັບເຄື່ອນທີ່ເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດຂອງທ້ອງຖິ່ນ. ເສັ້ນທງລົດໄຟຄວາມໄວສູງຮົງກາລີ-ແຊກບີ, ເປັນໂຄງການສຳຄັນທີ່ຈີນ ແລະ ປະເທດເອີຣົບຕາເວັນອອກ-ເອີຣົບກາງຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ໄດ້ປັບປຸງເງື່ອນໄຂການເດີນທາງຂອງພົນລະເມືອງຢູ່ລຽບຕາມເສັ້ນທາງລົດໄຟດັ່ງກ່າວໃຫ້ດີຂຶ້ນ, ໄດ້ເພີ່ມທະວີການເຊື່ອມໂຍງເຊື່ອມຈອດກັນລະຫວ່າງຮົງກາລີ-ແຊກບີ, ແລະລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັນຜົນປະໂຫຍດລະຫວ່າງຈີນ-ເອີຣົບ; ເມືອງທ່າກຳປັ່ນໂກລົມໂບ ເປັນເມືອງໃໝ່ແຄມທະເລແຫ່ງທຳອິດທີ່ປະເທດສີລັງກາວາງແຜນຜັງກໍ່ສ້າງໂດຍລວມ, ພາຍໃຕ້ການກໍ່ສ້າງຂອງຜູ້ກໍ່ສ້າງຊາວຈີນ, ປັດຈຸບັນໄດ້ກາຍເປັນຕົວແບບແຫ່ງການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງຈີນ ແລະ ສີລັງກາ.



ໃນຖານະເປັນ “ໂຄງການພິເສດ” ລະຫວ່າງປະເທດຈີນ ແລະ ປະເທດລາວ, ນັບແຕ່ເສັ້ນທາງລົດໄຟຈີນ-ລາວເປີດນຳໃຊ້ເປັນຕົ້ນມາ, ບໍ່ພຽງແຕ່ເປັນເສັ້ນທາງຄົມມະນາຄົມສຳຄັນທີ່ເຊື່ອມຈອດສອງປະເທດເທົ່ານັ້ນ, ຍັງເປັນສາຍພານເຊື່ອມຕໍ່ທີ່ສຳຄັນທີ່ຊຸກຍູ້ໃຫ້ເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນອີກດ້ວຍ. ຂະບວນລົດໄຟບັນທຸກສິນຄ້າຈີນ-ລາວໄດ້ເພີ່ມຈາກ 2 ຖ້ຽວຕໍ່ມື້ໃນໄລຍະເບື້ອງຕົ້ນຂຶ້ນເປັນ 20 ຖ້ຽວຕໍ່ມື້ໃນປັດຈຸບັນ, ປະລິມານຂົນສົ່ງສິນຄ້າໄດ້ເພີ່ມຈາກ 41000 ໂຕນໃນເດືອນທຳອິດຂຶ້ນເປັນ 4 ແສນໂຕນຂຶ້ນໄປຕໍ່ເດືອນຢ່າງວ່ອງໄວ, ປະເພດສິນຄ້າທີ່ສົ່ງອອກ ແລະນຳເຂົ້າໄດ້ເປີດກວ້າງຈາກ 500 ກວ່າປະເພດໃນຕອນທຳອິດເພີ່ມຂຶ້ນເປັນ 3000 ກວ່າປະເພດໃນປັດຈຸບັນນີ້. ໂດຍຜ່ານເສັ້ນທາງລົດໄຟຈີນ-ລາວ, ສິນຄ້າຂອງຈີນໄດ້ເຂົ້າສູ່ຕະຫຼາດປະເທດລາວຕາມຂະບວນລົດໄຟຂົນສົ່ງສິນຄ້າຂ້າມຊາດຢ່າງສະດວກວ່ອງໄວກວ່າເກົ່າ, ຜະລິດຕະພັນກະສິກຳຄຸນນະພາບດີເດັ່ນຂອງລາວກໍໄດ້ຖືກຂົນສົ່ງເຂົ້າສູ່ຕະຫຼາດຈີນຢ່າງວ່ອງໄວ, ເສັ້ນທາງລົດໄຟຈີນ-ລາວໄດ້ກາຍເປັນເສັ້ນທາງຄຳທີ່ຊຸກຍູ້ການຍົກລະດັບອຸດສາຫະກຳຢູ່ລຽບຕາມເສັ້ນທາງລົດໄຟ ແລະ ຊ່ວຍເຫຼືອເສດຖະກິດພາກພື້ນຈະເລີນຮຸ່ງເຮືອງຂຶ້ນ.



“ຢາກສ້າງຄວາມຮັ່ງມີ ກໍຕ້ອງສ້າງເສັ້ນທາງກ່ອນ”, “ໂຄງການໃຫຍ່ພິເສດ”ຕ່າງໆ ເຊິ່ງລວມທັງເສັ້ນທາງຜ່ານລະຫວ່າງນະຄອນເສີ່ນເຈີ້ນ-ນະຄອນຈົ່ງສ່ານ ແລະ ເສັ້ນທາງລົດໄຟຈີນ-ລາວ, ໄດ້ກາຍເປັນແຮງຂັບເຄື່ອນທີ່ແຂງແຮງສຳລັບການພັດທະນາເສດຖະກິດຂອງພາກພື້ນ. ພວກເຮົາເຊື່ອໝັ້ນວ່າ, ໃນອະນາຄົດຈະມີໂຄງການໃຫຍ່ພິເສດຫຼາຍກວ່າເກົ່າທີ່ເຮັດໃຫ້ຈີນກ້າວສູ່ “ທາງດ່ວນ” ແຫ່ງການພັດທະນາດ້ວຍຄຸນນະພາບສູງ, ທັງເຮັດໃຫ້ປະເທດຕ່າງໆຢູ່ໃນໂລກສາມາດຊົມໃຊ້ຜົນປະໂຫຍດຈາກການພັດທະນາຂອງຈີນ.