ຈີນ-ຟິລິບປິນຈະເພີ່ມທະວີການຮ່ວມມືດ້ານການປະຕິບັດກົດໝາຍເພື່ອຮ່ວມກັນປາບປາມອາດຊະຍາກຳຂ້າມຊາດ

2024-07-02 16:55:47 cri

ວັນທີ 1 ກໍລະກົດນີ້, ທ່ານຫວງຊີ່ຫຼຽນ ເອກອັກຄະລັດຖະທູດຈີນປະຈຳຟິລິບປິນໄດ້ພົບປະກັບທ່ານລູກາສ ເບີຊາມິນ ເລຂາທິການທຳນຽບປະທານາທິບໍດີ, ປະທານຄະນະກຳມະການຕໍ່ຕ້ານອາດຊະຍາກຳທີ່ມີການຈັດຕັ້ງຂອງປະທານາທິບໍດີຟິລິບປິນ. ສອງຝ່າຍໄດ້ທົບທວນຄືນຄວາມຄືບໜ້າທີ່ພາກສ່ວນປະຕິບັດກົດໝາຍຂອງທັງສອງປະເທດຮ່ວມກັນປາບປາມອາດຊະຍາກຳຢ່າງໜັກໜ່ວງໃນໄລຍະມໍ່ໆມານີ້ ເຊັ່ນ: ການລັກພາຕົວແລະສັງຫານ, ການສໍ້ໂກງຊັບທາງໂທລະຄົມ ແລະ ການຄ້າມະນຸດເປັນຕົ້ນ ໂດຍສະເພາະແມ່ນຄວາມຄືບໜ້າໃນການປາບປາມອາດຊະຍາກຳທີ່ກ່ຽວຂ້ອງກັບການພະນັນຢູ່ນອກຝັ່ງທະເລຟິລິບປິນ, ໄດ້ແລກປ່ຽນຄວາມເຫັນກ່ຽວກັບຄະດີສຳຄັນໃນໄລຍະມໍ່ໆມານີ້, ສອງຝ່າຍເຫັນດີເປັນເອກະພາບກັນວ່າ: ຈະເພີ່ມທະວີການຮ່ວມມືດ້ານການປະຕິບັດກົດໝາຍລະຫວ່າງຈີນ-ຟິລິບປິນ, ຮ່ວມກັນປາບປາມອາດຊະຍາກຳຂ້າມຊາດ ເພື່ອປົກປັກຮັກສາຄວາມປອດໄພດ້ານຊີວິດແລະຊັບສິນຂອງປະຊາຊົນສອງຊາດໃຫ້ດີກວ່າເກົ່າ.