6 ເດືອນຕົ້ນປີນີ້, ປະລິມານນໍາເຂົ້າ-ສົ່ງອອກສິນຄ້າຕາມທາງລົດໄຟຈີນ-ລາວໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ

2024-07-02 11:41:42 CRI

 

   ແຫຼງຂ່າວຈາກດ່ານພາສີນະຄອນຄຸນໝິງຈີນແຈ້ງໃຫ້ຮູ້ວ່າ: ອີງຕາມຕົວເລກຂໍ້ມູນທີ່ດ່ານພາສີນະຄອນຄຸນໝິງຕິດຕາມ ແລະ ຄຸ້ມຄອງ, ພົບເຫັນວ່າ: 6 ເດືອນຕົ້ນປີນີ້, ປະລິມານນໍາເຂົ້າ-ສົ່ງອອກສິນຄ້າຕາມທາງລົດໄຟຈີນ-ລາວບັນລຸເຖິງ 2.761.000 ໂຕນ, ເພີ່ມຂຶ້ນ 28,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ຂະນະທີ່ມູນຄ່າສິນຄ້າບັນລຸເຖິງ 9 ຕື້ 260 ລ້ານຢວນ, ເພີ່ມຂຶ້ນ 61,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ປະລິມານນໍາເຂົ້າ-ສົ່ງອອກສິນຄ້າ ແລະ ມູນຄ່າສິນຄ້າໃນໄລຍະເຄິ່ງປີລ້ວນແຕ່ໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ. ເລີ່ມແຕ່ທາງລົດໄຟຈີນ-ລາວເປີດບໍລິການເປັນຕົ້ນມາ, ນັບມາຮອດເດືອນມິຖຸນາປີນີ້, ໄດ້ນໍາເຂົ້າ-ສົ່ງອອກສິນຄ້າຫຼາຍກວ່າ 9 ລ້ານໂຕນ, ມູນຄ່າສິນຄ້າບັນລຸເຖິງ 37 ຕື້ 20 ລ້ານຢວນ, ການຂົນສົ່ງສິນຄ້າຂ້າມຊາດໄດ້ຮັກສາທ່ວງທ່າເຕີບໂຕຢ່າງວ່່ອງໄວ ແລະ ຕໍ່ເນື່ອງ.