ສື່ມວນຊົນກາຊັກສະຖານລົງພິມບົດຄວາມຂອງທ່ານສີຈິ້ນຜິງ

2024-07-02 15:30:49 cri

ວັນທີ2ກໍລະກົດນີ້, ເນື່ອງໃນໂອກາດທີ່ທ່ານສີຈິ້ນຜິງ ປະທານປະເທດຈີນເດີນທາງໄປຢ້ຽມຢາມກາຊັກສະຖານທາງລັດຖະກິດ, ໜັງສືພິມຄາສປຣາຟດາ(Kazpravda)ແລະສຳນັກຂ່າວສານສາກົນກາຊັກສະຖານໄດ້ລົງພິມບົດຄວາມຂອງທ່ານສີຈິ້ນຜິງທີ່ພາດຫົວຂໍ້ວ່າ: “ຮ່ວມໃຈປະຕິບັດຕົວຈິງເພື່ອສືບຕໍ່ຂຽນປະຫວັດສາດໜ້າໃໝ່ແຫ່ງສາຍພົວພັນຈີນ-ກາຊັກສະຖານ”.

ເນື້ອໃນບາງຕອນຂອງບົດຄວາມໄດ້ລະບຸວ່າ: ສອງປະເທດຈີນ-ກາຊັກສະຖານສະໜັບສະໜູນເຊິ່ງກັນແລະກັນ, ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກໂດຍໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງໃນລະດັບສູງອັນໃໝ່. ສອງປະເທດໄດ້ປະສານສົມທົບກັນພັດທະນາແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ໄດ້ສ້າງ ຜົນງານດີເດັ່ນອັນໃໝ່ຈາກການຮ່ວມມືຕົວຈິງ. ສອງປະເທດໄດ້ຊ່ວຍເຫຼືອກັນ,ແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນ, ເຊິ່ງໄດ້ສ້າງກະແສຟອງສູງຄັ້ງໃໝ່ແຫ່ງການແລກປ່ຽນດ້ານວັດທະນະທຳ. ຂ້າພະເຈົ້າຫວັງຢາກຜ່ານຈາກການຢ້ຽມຢາມຄັ້ງນີ້ເພື່ອຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຖາວອນຈີນ-ກາຊັກສະຖານໃຫ້ຂະຫຍາຍຕົວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ. ຈີນຍິນດີຮ່ວມກັບກາຊັກສະຖານຮ່ວມກັນສຸມຄວາມພະຍາຍາມແລະຄຽງບ່າຄຽງໄຫຼ່ກັນກ້າວໄປຂ້າງໜ້າບົນຂະບວນການໃໝ່ແຫ່ງການບັນລຸຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ ເພື່ອວາງແຜນວາດໃໝ່ແຫ່ງການຮ່ວມມືລະຫວ່າງສອງປະເທດແລະສືບຕໍ່ຂຽນປະຫວັດສາດໜ້າໃໝ່ແຫ່ງມິດຕະພາບຈີນ-ກາຊັກສະຖານ.