ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບນີ້ເຮັດໃຫ້ເຂດກາຊາມີຜູ້ເສຍຊີວິດ 37.877 ຄົນ

2024-07-02 09:07:10 cri


ວັນທີ 30 ມິຖຸນາຜ່ານມານີ້, ພາກສ່ວນສາທາລະນະສຸກເຂດກາຊາໄດ້ອອກຖະແຫຼງການວ່າ: ໃນເວລາ 24 ຊົ່ວໂມງຜ່ານມານີ້, ການເຄື່ອນໄຫວທາງການທະຫານຂອງກອງທັບອິດສະຣາແອນຢູ່ເຂດກາຊາໄດ້ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 43 ຄົນ ແລະ ບາດເຈັບ 111 ຄົນ. ນັບແຕ່ເກີດການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບໃໝ່ເມື່ອວັນທີ 7 ຕຸລາ 2023 ເປັນຕົ້ນມາ, ການເຄື່ອນໄຫວທາງການທະຫານຂອງອິດສະຣາແອນຢູ່ເຂດກາຊາໄດ້ເຮັດໃຫ້ຊາວປາແລັດສະຕິນເສຍຊີວິດ 37.877 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 86.969 ຄົນ.