“ການປະຕິວັດໂດຍຕົນເອງ”

2024-07-02 11:24:31 CRI

 

   ວັນທີ 1 ກໍລະກົດ 2024 ເປັນວັນຄົບຮອບ 103 ປີແຫ່ງການສ້າງຕັ້ງພັກກອມມູນິດຈີນ. ນັບຕັ້ງແຕ່ ສ.ປ ຈີນສະຖາປະນາຂຶ້ນໃນປີ 1949 ເປັນຕົ້ນມາ, ພັກກອມມູນິດຈີນໄດ້ກໍາອໍານາດຢ່າງຕໍ່ເນື່ອງມາເປັນເວລາ 75 ປີແລ້ວ, ໄດ້ກາຍເປັນພັກການເມືອງທີ່ກໍາອໍານາດຢ່າງຕໍ່ເນື່ອງຍາວນານທີ່ສຸດຂອງປະຫວັດສາດໂລກໃນຍຸກປັດຈຸບັນ. ສະນັ້ນ, ພັກກອມມູນິດຈີນໄດ້ຮັກສາຄວາມມີຊີວິດຊີວາໂດຍຕົນເອງຢ່າງສະເໝີຕົ້ນສະເໝີປາຍຄືແນວໃດ? ແມ່ນໄດ້ອາໄສການປະຕິວັດໂດຍຕົນເອງຂອງພັກ. ນີ້ຄືຄໍາຕອບຂອງທ່ານ ສີຈິ້ນຜິງ ຜູ້ນໍາສູງສຸດຂອງພັກກອມມູນິດຈີນ.



   ໃນຜົນງານບົດປະພັນຂອງທ່ານ ກາກມາກ ແລະ ທ່ານ ອັງແກນ, ມີຄໍາບັນຍາຍຕອນໜຶ່ງວ່າ: ສໍາລັບອົງການຈັດຕັ້ງການເມືອງທີ່ໂຄ່ນລົ້ມຊົນຊັ້ນປົກຄອງແລ້ວ, ກ່ອນອື່ນໝົດແມ່ນຕ້ອງປະຖິ້ມສິ່ງບໍ່ດີຂອງຕົນເອງ, ຈາກນັ້ນຈຶ່ງຈະສາມາດເຮັດຫຼ້ອນໜ້າທີ່ການສ້າງສາສັງຄົມຄືນໃໝ່ໄດ້. ສິ່ງນີ້ແມ່ນສ່ອງແສງໃຫ້ເຫັນວ່າ: ພັກກໍາອໍານາດຖ້າຢາກຊຸກຍູ້ການປະຕິວັດທາງສັງຄົມ, ກ່ອນອື່ນໝົດແມ່ນຕ້ອງປະຖິ້ມສິ່ງບໍ່ດີ ແລະ ສິ່ງທີ່ຫຼ້າຫຼັງຂອງຕົນເອງ, ຕ້ອງດໍາເນີນ “ການປະຕິວັດໂດຍຕົນເອງ”. ນີ້ຄືຕົ້ນກໍາເນີດຂອງທິດສະດີ “ການປະຕິວັດໂດຍຕົນເອງ” ຂອງພັກກອມມູນິດຈີນໃນຊູ່ມື້ນີ້.



   ໃນຖານະເປັນພັກກໍາອໍານາດ, ເວລາໃດທີ່ພັກກອມມູນິດຈີນຊຸກຍູ້ການປະຕິວັດທາງສັງຄົມ, ກໍຕ້ອງໄດ້ດໍາເນີນ “ການປະຕິວັດໂດຍຕົນເອງ”. ສະນັ້ນ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນຈຶ່ງໄດ້ນໍາເອົາຫຼັກມູນພື້ນຖານຂອງລັດທິມາກມາປະສານສົມທົບເຂົ້າກັບສະພາບການຕົວຈິງຂອງຈີນ ໂດຍໄດ້ສະເໜີອອກ “ການປະຕິວັດໂດຍຕົນເອງຂອງພັກ” ທີ່ເປັນທິດສະດີພື້ນຖານດ້ານການກໍ່ສ້າງພັກໃນຍຸກໃໝ່ຂອງພັກກອມມູນິດຈີນ. ອີງຕາມທັດສະນະຂອງທ່ານ ສີຈິ້ນຜິງ ແລ້ວ, ພັກກອມມູນິດຈີນໃນຖານະເປັນພັກກໍາອໍານາດຕາມລັດທິມາກໃຫຍ່ທີ່ສຸດຢູ່ໃນໂລກ, ໃນເວລາກໍາອໍານາດ, ແມ່ນໄດ້ປະເຊີນກັບຄວາມສ່ຽງຕ່າງໆມາເປັນເວລາດົນນານ ເຊັ່ນ: ການຫ່າງເຫີນຈາກປະຊາຊົນ, ປາກົດການຫຍໍ້ທໍ້ ແລະ ການສໍ້ລາດບັງຫຼວງເປັນຕົ້ນ, ສິ່ງນີ້ໄດ້ຊີ້ຂາດວ່າພັກຕ້ອງຍຶດໝັ້ນການປະຕິວັດໂດຍຕົນເອງຕະຫຼອດການ.



   ທ່ານ ສີຈິ້ນຜິງ ບໍ່ພຽງແຕ່ໄດ້ສະເໜີ “ການປະຕິວັດໂດຍຕົນເອງ” ທີ່ເປັນທິດສະດີພື້ນຖານດ້ານການກໍ່ສ້າງພັກກໍາອໍານາດໃນຍຸກໃໝ່ອອກມາເທົ່ານັ້ນ, ຍັງໄດ້ເປັນຕົວແບບນໍາພາສະມາຊິກພັກກອມມູນິດຈີນຈໍານວນ 98 ລ້ານຄົນດໍາເນີນພຶດຕິກໍາຕົວຈິງທີ່ຍິ່ງໃຫຍ່ໃນການ “ປະຕິວັດຕົນເອງ”. ນັບແຕ່ທ່ານ ສີຈິ້ນຜິງ ດໍາລົງຕໍາແໜ່ງເປັນເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນເປັນຕົ້ນມາ, ເພິ່ນໄດ້ປັບປຸງລະບຽບການດ້ານການປະຕິວັດໂດຍຕົນເອງຂອງພັກໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ, ໂດຍໄດ້ຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານຢ່າງຕໍ່ເນື່ອງ, ເພິ່ນຍັງໄດ້ຍຶດໝັ້ນຫຼັກການພື້ນຖານລວມທີ່ເຂັ້ມງວດ ກໍຄື ເພີ່ມທະວີການປັບປຸງແບບແຜນໃຫ້ຖືກຕ້ອງ ແລະ ເພີ່ມທະວີລະບຽບວິໄນໃຫ້ເຂັ້ມງວດມາໂດຍຕະຫຼອດ, ເດັດດ່ຽວເອົາຊະນະບັ້ນຮົບທີ່ຫຍຸ້ງຍາກ ແລະ ຍາວນານແຫ່ງການຕ້ານການສໍ້ລາດບັງຫຼວງ ເພື່ອນໍາພາທົ່ວພັກ ແລະ ປະຊາຊົນທົ່ວປະເທດຊຸກຍູ້ພາລະກິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃຫ້ກ້າວເດີນໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.