“ກັບແປ້ງແຟຊັນ” 3000 ກວ່າໜ່ວຍທີ່ມາຈາກ 800 ປີກ່ອນ

2024-07-03 17:05:08 CRI

ຢູ່ຫໍພິພິທະພັນທະເລຈີນໃຕ້(ໄຫຫຼຳ)ຈີນ, ມີກັບແປ້ງເຄື່ອງເຄືອບລາຊະວົງຊົ້ງໃຕ້ 3000 ກວ່າໜ່ວຍທີ່ຖືກຄົ້ນພົບໃນຊາກເຮືອຢູ່“ຫາດຕື້ນຮວາກວ່າງເລກ 1”, ທ່ານຊິ່ນຫຼີເສວ ຫົວໜ້າຫໍພິພິທະພັນເອີ້ນກັບແປ້ງເຫຼົ່ານີ້ເປັນ “ສິນຄ້າສຸດຍົມເມື່ອ 800 ປີກ່ອນ”. ເມື່ອເບິ່ງຈາກຜົນການສຳຫຼວດຂຸດຄົ້ນວັດຖຸບູຮານ ແລະ ຜົນການຄົ້ນຄວ້າແລ້ວເຫັນວ່າ, ທະເລຈີນໃຕ້ເປັນເຂດໜຶ່ງທີ່ຊາວຈີນຄົ້ນພົບກ່ອນໝູ່ ຕັ້ງຊື່ກ່ອນໝູ່, ນຳໃຊ້ ແລະ ຄອບຄອງກ່ອນໝູ່.