ຈັດກອງປະຊຸມໂຕະມົນສົນທະນາລະຫວ່າງສື່ມວນຊົນຈີນ-ປະເທດອົງການຮ່ວມມືຊຽງໄຮຢູ່ອັສທານາ

2024-07-03 21:03:22 cri

ເນື່ອງໃນໂອກາດກອງປະຊຸມຄັ້ງທີ24ຂອງສະພາມົນຕີປະເທດສະມາຊິກອົງການຮ່ວມມືຊຽງໄຮໄຂຂຶ້ນ, ກອງປະຊຸມໂຕະມົນສົນທະນາລະຫວ່າງສື່ມວນຊົນຈີນ-ປະເທດອົງການຮ່ວມມືຊຽງໄຮພາຍໃຕ້ການເປັນເຈົ້າພາບຂອງວິທະຍຸໂທລະພາບສູນກາງຈີນຫຼືCMGໄດ້ຈັດຂຶ້ນໃນວັນທີ3ກໍລະກົດນີ້ຢູ່ນະຄອນຫຼວງອັສທານາປະເທດກາຊັກສະຖານ.

ເຈົ້າໜ້າທີ່ລັດຖະບານ, ຜູ້ຮັບຜິດຊອບສື່ມວນຊົນສຳຄັນແລະແຂກຖືກເຊີນທ່ານອື່ນໆຂອງບັນດາປະເທດສະມາຊິກອົງການຮ່ວມມືຊຽງໄຮໄດ້ລົງເລິກແລກປ່ຽນຄວາມຄິດເຫັນໂດຍປິ່ນອ້ອມຫົວຂໍ້ “ເຕົ້າໂຮມກຳລັງແຮງສັງລວມຂອງສື່ມວນຊົນເພື່ອສົ່ງເສີມ ‘ຈິດໃຈຊຽງໄຮ’”, ຜູ້ເຂົ້າຮ່ວມກອງປະຊຸມໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານດ້ານການຮ່ວມມືລະຫວ່າງຈີນກັບປະເທດອົງການຮ່ວມມືຊຽງໄຮໃນຂົງເຂດຕ່າງໆເຊັ່ນ ການຮ່ວມມືລະຫວ່າງສື່ມວນຊົນເປັນຕົ້ນ, ພ້ອມທັງຄອງຄອຍຈະລົງເລິກການຮ່ວມມືກັນຕື່ມອີກໃນອະນາຄົດ, ຮ່ວມກັນຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງອົງການຮ່ວມມືຊຽງໄຮທີ່ແໜ້ນແຟ້ນຍິ່ງຂຶ້ນ.

ກິດຈະກຳດັ່ງກ່າວໄດ້ເຜີຍແຜ່ຂໍ້ລິເລີ່ມວ່າດ້ວຍການລົງເລິກການຮ່ວມມືຕົວຈິງລະຫວ່າງວິທະຍຸໂທລະພາບສູນກາງຈີນກັບສື່ມວນຊົນປະເທດອົງການຮ່ວມມືຊຽງໄຮ. ໃນຕໍ່ໜ້າ, ບັນດາຝ່າຍຈະປະຕິບັດຕາມ “ຈິດໃຈຊຽງໄຮ” ເພື່ອຮ່ວມກັນນຳສະເໜີລາຍການສື່ໃໝ່ທີ່ມີຊື່ວ່າ “‘ຈິດໃຈຊຽງໄຮ’ຂອງພວກເຮົາ”ທີ່ຜະລິດໂດຍCMGກ່ອນກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ2025ຈະໄຂຂຶ້ນ.