ລາຍການ “ຄໍາບູຮານທີ່ທ່ານສີຈິ້ນຜິງມັກ” ສະບັບພາສາກາຊັກໄດ້ອອກອາກາດຢູ່ປະເທດກາຊັກສະຖານ

2024-07-03 10:32:51 CRI

 

   ເນື່ອງໃນໂອກາດທີ່ທ່ານ ສີຈິ້ນຜິງ ປະທານປະເທດຈີນເຂົ້າຮ່ວມກອງປະຊຸມຄັ້ງທີ 24 ຂອງສະພາມົນຕີປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ ແລະ ຢ້ຽມຢາມກາຊັກສະຖານທາງລັດຖະກິດ, ພິທີເລີ່ມອອກອາກາດລາຍການ “ຄໍາບູຮານທີ່ທ່ານສີຈິ້ນຜິງມັກ” ສະບັບພາສາກາຊັກທີ່ຜະລິດໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດຂຶ້ນຢູ່ນະຄອນຫຼວງອັສທານາຂອງກາຊັກສະຖານໃນວັນທີ 2 ກໍລະກົດນີ້. ໃນໂອກາດນີ້, ທ່ານ ຄາຊິມ ໂຈມາດ ໂຕຄາເຢັຟ ປະທານາທິບໍດີກາຊັກສະຖານໄດ້ສະແດງຄວາມຊົມເຊີຍຕໍ່ການອອກອາກາດຂອງລາຍການດັ່ງກ່າວ. ນັບແຕ່ວັນທີ 2 ກໍລະກົດນີ້ເປັນຕົ້ນໄປ, ລາຍການ “ຄໍາບູຮານທີ່ທ່ານສີຈິ້ນຜິງມັກ” ສະບັບພາສາກາຊັກໄດ້ອອກອາກາດຜ່ານທາງສື່ມວນຊົນທີ່ສໍາຄັນຂອງກາຊັກສະຖານ ເຊັ່ນ: ໂທລະພາບຊິວກ໌ເວທີ່ຂຶ້ນກັບອົງການວິທະຍຸໂທລະພາບປະທານາທິບໍດີກາຊັກສະຖານ, ໂທລະພາບອາທາເມເຄນ ເປັນຕົ້ນ.