ກຸ່ມແມ່ເຖົ້າຜູ້ໃຈບຸນ

2024-07-03 09:50:58 cri


   ຢູ່ເມືອງຢີນໂຈ່ວ ນະຄອນນີງໂປ່ ແຂວງເຈີ້ຈ່ຽງຂອງຈີນ, ມີກຸ່ມແມ່ເຖົ້າທີ່ມີອາຍຸສະເລ່ຍ 65 ປີ 3 ກຸ່ມ, ໃນມື້ທຳມະດາ, ພວກເພິ່ນບາງຄົນແມ່ນຖັກແສ່ວເສື້ອແລັນໃຫ້ເດັກນ້ອຍຜູ້ທຸກຍາກ, ບາງຄົນກໍຊ່ວຍຮັບລູກຫຼານເລີກຮຽນໃຫ້ຄອບຄົວທີ່ພໍ່ແມ່ຈຳເປັນຕ້ອງໄປເຮັດວຽກ, ບາງຄົນແມ່ນເກັບກິດກອກຢາ ແລະ ຂີ້ເຫຍື້ອອື່ນໆຕາມຖະໜົນ. ພວກເພິ່ນໄດ້ກາຍເປັນກຳລັງສຳຄັນທີ່ຂາດບໍ່ໄດ້ຢູ່ໃນຖັນແຖວອາສາສະໝັກຂອງທ້ອງຖິ່ນ.

  

   ແມ່ເຖົ້າ ຮານຊູ້ຍຈວີ ປີນີ້ອາຍຸ 88 ປີ. ໃນເມື່ອປີ 2005, ເພິ່ນໄດ້ເຫັນໃນລາຍການໂທລະພາບວ່າ ເດັກນ້ອຍຢູ່ເຂດທຸກຍາກໄດ້ນຸ່ງເສື້ອບາງໆໃນລະດູໜາວ, ສະນັ້ນ ເພິ່ນຈຶ່ງວາງແຜນຖັກແສ່ວເສື້ອແລັນໃຫ້ພວກເດັກນ້ອຍ, ຕໍ່ມາເພິ່ນໄດ້ຍຶດໝັ້ນຖັກແສ່ວມາເປັນເວລາ 10 ກວ່າປີ.

  

   

   ລູກສາວຂອງແມ່ເຖົ້າຮານ ໄດ້ຄິດໄລ່ໃຫ້ເພິ່ນຟັງວ່າ: ເພິ່ນໄດ້ຈົກເອົາເງິນສ່ວນຕົວ 4 ໝື່ນກວ່າຢວນ ໄປຊື້ແລັນ 750 ກວ່າກິໂລ, ໄດ້ບໍລິຈາກເສື້ອແລັນຫຼາຍກວ່າ 1 ພັນຜືນໃຫ້ແກ່ເດັກນ້ອຍທີ່ຢູ່ໃນເຂດທຸກຍາກ.

  

   ເລື່ອງໃຈບຸນຂອງແມ່ເຖົ້າຮານ ໄດ້ເຮັດໃຫ້ບຸກຄົນ ແລະ ວິສາຫະກິດຈໍານວນຫຼວງຫຼາຍເຂົ້າຮ່ວມກິດຈະການຊ່ວຍເຫຼືອແບບໃຈບຸນນີ້ ທັງໄດ້ສ້າງຕັ້ງຫ້ອງເຮັດວຽກສະເພາະ. ໃນ 19 ປີຜ່ານມາ, ແມ່ເຖົ້າຮານ ແລະ ຫ້ອງເຮັດວຽກໄດ້ບໍລິຈາກເສື້ອແລັນລວມ 4.400 ກວ່າຜືນໃຫ້ແກ່ເຂດທີ່ທຸກຍາກຕ່າງໆຂອງຈີນ.


   ສ່ວນຢູ່ຕາແສງຕົ່ງຊຽນຮູ ເມືອງຢີນໂຈ່ວ ກໍມີແມ່ເຖົ້າອາສາສະໝັກຈຸໜຶ່ງ, ພວກເພິ່ນໄດ້ຊ່ວຍຮັບລູກຫຼານໃນເວລາເລີກຮຽນຂອງຄອບຄົວທີ່ຄາວຽກ ໂດຍບໍ່ມີເວລາໄປຮັບນັ້ນແບບບໍ່ເກັບຄ່າ.

  


   ມື້ເຂົ້າຮຽນທຸກມື້, ແມ່ເຖົ້າຜູ້ນຸ່ງເສື້ອກັກສີແດງເຫຼົ່ານີ້ກໍຈະໄປລໍຖ້າຢູ່ໜ້າປະຕູໂຮງຮຽນອະນຸບານ ແລະ ໂຮງຮຽນປະຖົມ ໂດຍບໍ່ຢ້ານຟ້າຝົນລົມແຮງ. ໃນຫຼາຍປີມໍ່ໆມານີ້, ຖັນແຖວບໍລິການນີ້ໄດ້ດຶງດູດແມ່ເຖົ້າຈໍານວນ 58 ຄົນ ແລະ ອາສາສະໝັກຂອງເຂດຊຸມຊົນ 200 ກວ່າຄົນ. ໃນ 5 ປີມານີ້, ກອງອາສາສະໝັກນີ້ໄດ້ຮັບເດັກນ້ອຍໃນຍາມເລີກຮຽນລວມ 600 ກວ່າຄົນ ໂດຍໄດ້ຊ່ວຍເຫຼືອຄອບຄົວທີ່ພໍ່ແມ່ຄາວຽກບໍ່ມີເວລາຮັບລູກລວມ 500 ກວ່າຄອບຄົວ.

  

   ເມື່ອຮັບເດັກນ້ອຍແລ້ວ, ແມ່ເຖົ້າທັງຫຼາຍຈະພາພວກເດັກນ້ອຍໄປພັກຢູ່ຫ້ອງພັກຜ່ອນສຳລັບແມ່ ແລະ ເດັກຢູ່ໃນເຂດຊຸມຊົນ. ຢູ່ທີ່ນີ້, ເດັກນ້ອຍທີ່ອາຍຸສ່ຳກັນ ກໍຈະຮຽນຮ່ວມກັນ ແລະ ຫຼິ້ນນຳກັນ, ແມ່ເຖົ້າທັງຫຼາຍກໍຈະຕິດຕາມໃຫ້ເຂົາເຈົ້າເຮັດວຽກບ້ານ, ເມື່ອເຮັດສຳເລັດແລ້ວ ຍັງຈະເລົ່ານິທານໃຫ້ພວກເດັກນ້ອຍຟັງ ຫຼື ສອນວິຊາການຕັດເຈ້ຍໃຫ້ ເປັນຕົ້ນ.

  


   ນອກຈາກນີ້ແລ້ວ, ຢູ່ຕາມຖະໜົນຫົນທາງຂອງຕາແສງຊີ່ວໄອ້ ເມືອງຢີນໂຈ່ວຍັງຈະເຫັນແມ່ເຖົ້າອາສາສະໝັກກຸ່ມໜຶ່ງທີ່ນຸ່ງເສື້ອກັກສີຂຽວ, ມືຖືໄມ້ເພື່ອເກັບເອົາກິດກອກຢາ ແລະ ຂີ້ເຫຍື້ອອື່ນໆ, ເມື່ອເຫັນມີຄົນສູບຢາຢູ່ສະຖານທີ່ສາທາລະນະ ກໍຈະໄປວ່າກ່າວແນະນໍາ.

  

    ໃນໄລຍະເລີ່ມຕົ້ນປະຕິບັດການເກັບກິດກອກຢາສູບຕາມຖະໜົນ, ຜູ້ສູບຢາສ່ວນຫຼາຍບໍ່ຍິນຍອມ. ບໍ່ວ່າຜູ້ສູບຢາຈະວ່າຮ້າຍແນວໃດ, ແມ່ເຖົ້າເຫຼົ່ານີ້ກໍຈະຍິ້ມໃສ່, ຖ້າຊັກຊວນບໍ່ໄດ້ຜົນ, ພວກເພິ່ນກໍບໍ່ຖົກຖຽງ ແລະ ເກັບເອົາກິດກອກຢາເລີຍ. ເມື່ອເຫັນຜູ້ເຖົ້າກົ້ມຕົວລົງໄປເກັບ, ຜູ້ສູບຢາກໍຍອມໃຫ້ການຮ່ວມມືແລ້ວ.

  

   ພາຍໃຕ້ຜົນສະທ້ອນຂອງແມ່ເຖົ້າເຫຼົ່ານີ້, ອາສາສະໝັກໃຈບຸນກໍນັບມື້ນັບໄດ້ເຂົ້າຮ່ວມກິດຈະການນີ້ຫຼາຍ, ອົງການປົກຄອງທ້ອງຖິ່ນຈຶ່ງໄດ້ຈັດຕັ້ງກອງບໍລິການອາສາສະໝັກໂດຍສະເພາະ. ປັດຈຸບັນ ກອງບໍລິການນີ້ມີສະມາຊິກເກືອບ 300 ຄົນ ເຊິ່ງມີອາຍຸສະເລ່ຍ 54 ປີ.

   

   ປັດຈຸບັນ, ກອງບໍລິການອາສາສະໝັກໄດ້ບໍລິການໃນ 32 ເຂດຂອງທົ່ວຕາແສງ, ນັບລວມແລ້ວໄດ້ເກັບກິດກອກຢາໄດ້ 1 ແສນກວ່າກອກ. ພຶດຕິກໍາທີ່ບໍ່ມີຄວາມສີວິໄລກໍຄ່ອຍໆຫຼຸດລົງ ເຊັ່ນ: ການສູບຢາໃນສະຖານທີ່ສາທາລະນະນັ້ນ ກໍຫຼຸດໜ້ອຍຖອຍລົງ, ເສື້ອກັກສີຂຽວກໍໄດ້ກາຍເປັນກາໝາຍປະຈັກຕາ ຢູ່ຕາມຖະໜົນຫົນທາງ.