ນາຍົກຮົງກາລີສະເໜີໃຫ້ອູແກຣນພິຈາລະນາຍອມຮັບການຢຸດຍິງຊົ່ວຄາວ

2024-07-03 11:01:56 CRI

 

   ວັນທີ 2 ກໍລະກົດນີ້, ທ່ານ ວິກເຕີ ໂອບັນ ນາຍົກລັດຖະມົນຕີຮົງກາລີໄດ້ເດີນທາງໄປຢ້ຽມຢາມອູແກຣນ. ໃນໂອກາດນີ້, ທ່ານ ໂອບັນ ໄດ້ສະເໜີໃຫ້ອູແກຣນຈົ່ງພິຈາລະນາຂໍ້ຕົກລົງກ່ອນໜ້ານີ້ຄືນໃໝ່ ແລະ ຈົ່ງຍອມຮັບການຢຸດຍິງຊົ່ວຄາວ ເພື່ອຊຸກຍູ້ຂະບວນການເຈລະຈາສັນຕິພາບກັບຣັດເຊຍ.


   ທ່ານ ໂອບັນ ກ່າວວ່າ: ຂ້າພະເຈົ້າສະເໜີໃຫ້ທ່ານປະທານາທິບໍດີອູແກຣນຈົ່ງພິຈາລະນາຄືນໃໝ່ໃນການນໍາໃຊ້ມາດຕະການທີ່ມີຄວາມເປັນໄປໄດ້, ໂດຍສະເພາະແມ່ນການຢຸດຍິງຊົ່ວຄາວຈະສາມາດເລັ່ງລັດຂະບວນການເຈລະຈາສັນຕິພາບ ແລະ ສາມາດອໍານວຍໂອກາດໃຫ້ແກ່ການເຈລະຈາສັນຕິພາບ, ຂ້າພະເຈົ້າໄດ້ພິຈາລະນາເຖິງຄວາມເປັນໄປໄດ້ດັ່ງກ່າວ, ພ້ອມທັງໄດ້ຊີ້ແຈງຕໍ່ປະທານາທິບໍດີອູແກຣນແລ້ວ.


   ຕໍ່ກັບຄວາມເວົ້າຂອງທ່ານ ໂອບັນ, ທ່ານ ໂວໂລດີເມຍ ເຊເລນສະກີ ປະທານາທິບໍດີອູແກຣນບໍ່ໄດ້ມີການເວົ້າເຖິງໃນກອງປະຊຸມຖະແຫຼງຂ່າວ.