ອົງການຮ່ວມມືຊຽງໄຮ້ມີອະນາຄົດທີ່ດີແລະມີອິດທິພົນຢູ່ໃນໂລກແມ່ນເປັນຍ້ອນຈີນ

2024-07-03 16:37:56 cri


ກອງປະຊຸມຄັ້ງທີ 24 ຂອງສະພາມົນຕີປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ້ໄດ້ໄຂຂຶ້ນໃນວັນທີ 4 ກໍລະກົດແລ້ວນີ້ຢູ່ນະຄອນຫຼວງອັສທານາປະເທດກາຊັກສະຖານ ເຊິ່ງເປັນປະເທດປະທານໝູນວຽນຂອງອົງການດັ່ງກ່າວ. ທ່ານ ກາຊິມ ໂຈມາດ ໂຕກາເຢັບ ປະທານາທິບໍດີກາຊັກສະຖານແມ່ນຜູ້ມີສ່ວນຮ່ວມໃນການພັດທະນາອົງການຮ່ວມມືຊຽງໄຮ້, ເພິ່ນໄດ້ເປັນສັກຂີພິຍານແລະເຂົ້າຮ່ວມຂະບວນການປະຫວັດສາດທີ່ອົງການຮ່ວມມືຊຽງໄຮ້ພັດທະນາຈາກກົນໄກ “ຊຽງໄຮ້ 5 ປະເທດ” ເມື່ອປີ 1996 ເຕີບໂຕມາເປັນອົງການພາກພື້ນທີ່ມີອິດທິພົນຢູ່ໃນໂລກ. ທ່ານໂຕກາເຢັບໄດ້ໃຫ້ສຳພາດຕໍ່ນັກຂ່າວຈີນວ່າ: “ອົງການຮ່ວມມືຊຽງໄຮ້ແມ່ນອົງການມີອະນາຄົດທີ່ດີແລະມີອິດທິພົນຫຼາຍ. ສິ່ງນີ້ແມ່ນເປັນຍ້ອນຈີນ.” ທ່ານກ່າວຕື່ມວ່າ: ເອກະລັກສະເພາະຕົວຂອງອົງການຮ່ວມມືຊຽງໄຮ້ແມ່ນມີວາລະທີ່ມີຄວາມຫຼາກຫຼາຍ ເຊິ່ງມັນບໍ່ພຽງແຕ່ບໍ່ຈຳກັດໃນຂົງເຂດຄວາມໝັ້ນຄົງແລະການທະຫານເທົ່ານັ້ນ, ຍັງກວມເອົາຂົງເຂດເສດຖະກິດການຄ້າ, ການລົງທຶນແລະວັດທະນະທຳຕື່ມອີກ, ສິ່ງນີ້ໄດ້ເຮັດໃຫ້ການພັດທະນາຂອງອົງການດັ່ງກ່າວໃນອະນາຄົດເຕັມໄປດ້ວຍໂອກາດແລະກຳລັງແຮງບົ່ມຊ້ອນ.