ທ່ານສີຈິ້ນຜິງແລະທ່ານໂຕຄາເຢັຟເຂົ້າຮ່ວມພິທີເປີດປ້າຍສູນວັດທະນະທຳຈີນ-ກາຊັກສະຖານແລະມະຫາວິທະຍາໄລພາສາປັກກິ່ງສາຂາກາຊັກສະຖານ

2024-07-03 16:42:47 cri



   ຕອນທ່ຽງວັນທີ3ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນແລະທ່ານຄາຊິມ ໂຈມາດ ໂຕຄາເຢັຟ ປະທານາທິບໍດີກາຊັກສະຖານໄດ້ຮ່ວມກັນເປັນສັກຂີພິຍານໃຫ້ແກ່ພິທີເປີດປ້າຍສູນວັດທະນະທຳຈີນ-ກາຊັກສະຖານແລະມະຫາວິທະຍາໄລພາສາປັກກິ່ງສາຂາກາຊັກສະຖານທີ່ນະຄອນຫຼວງອັສທານາ ປະເທດກາຊັກສະຖານ.  ມະຫາວິທະຍາໄລປັກກິ່ງເຄີຍເປັນມະຫາວິທະຍາໄລເກົ່າຂອງທ່ານໂຕຄາເຢັຟຕອນຮຽນຢູ່ຈີນໃນໄວໜຸ່ມ.