ທ່ານສີຈິ້ນຜິງແລະທ່ານໂຕຄາເຢັຟເຂົ້າຮ່ວມພິທີເປີດການຂົນສົ່ງດ່ວນຂ້າມທະເລສາບຄາສປຽນຊີຈີນ-ເອີຣົບຜ່ານຮູບແບບທາງວິທີໂອ

2024-07-03 16:44:38 cri



   ຕອນທ່ຽງວັນທີ3ກໍລະກົດນີ້,ຢູ່ທຳນຽບປະທານາທິບໍດີກາຊັກສະຖານທີ່ນະຄອນຫຼວງອັສທານາ, ທ່ານສີຈິ້ນຜິງແລະທ່ານໂຕຄາເຢັຟໄດ້ເຂົ້າຮ່ວມພິທີເປີດການຂົນສົ່ງດ່ວນຂ້າມທະເລສາບຄາສປຽນຊີ (Caspian Sea) ຈີນ-ເອີຣົບຜ່ານຮູບແບບທາງວິທີໂອ.

   ໃນພິທີເປີດການຂົນສົ່ງດ່ວນຄັ້ງນີ້, ລົດຍົນຂອງຈີນແມ່ນໄດ້ຂົນສົ່ງໄປເຖິງທ່າແຄມຝັ່ງທະເລສາບຄາສປຽນຊີດ້ວຍຮູບການຂົນສົ່ງທາງຫຼວງໂດຍກົງເປັນຄັ້ງທຳອິດ, ຂະນະທີ່ຂະບວນລົດໄຟດ່ວນຈີນ-ເອີຣົບທີ່ເລີ່ມຈາກຈີນຂ້າມຜ່ານທະເລສາບຄາສປຽນຊີໄດ້ດຳເນີນທຸລະກິດຢ່າງໝັ້ນທ່ຽງມາເປັນເວລາ2ປີແລ້ວ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ສະພາບການເຊື່ອມໂຍງເຊື່ອມຈອດດ້ານການຂົນສົ່ງແບບຫຼາຍຊ່ອງທາງເຊິ່ງກວມເອົາທາງຫຼວງ, ທາງລົດໄຟ, ທາງອາກາດແລະທໍ່ສົ່ງນັ້ນໄດ້ສ້າງຂຶ້ນຢ່າງເປັນທາງການ.