
ຕອນຄ່ຳວັນທີ 2 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມງານລ້ຽງອາຫານຄ່ຳ ແລະ ພົບປະເຈລະຈາກັບທ່ານໂຈມາດ ໂຕຄາເຢັຟ ປະທານາທິບໍດີສາທາລະນະລັດກາຊັກສະຖານຕາມຄຳເຊີນ, ພາຍໃຕ້ບັນຍາກາດອັນອົບອຸ່ນ ແລະ ເປັນກັນເອງ, ປະມຸກລັດສອງປະເທດໄດ້ດຳເນີນການແລກປ່ຽນຄວາມເຫັນແບບມີໄມຕີຈິດມິດຕະພາບຢ່າງສະໜິດສະໜົມກ່ຽວກັບສາຍພົວພັນລະຫວ່າງຈີນກັບກາຊັກສະຖານ ແລະ ບັນຫາຕ່າງໆທີ່ສອງຝ່າຍມີຄວາມສົນໃຈນຳກັນ.