【ນີ້​ແມ່ນ​ທະ​ເລ​ຈີນ​ໃຕ້​ຂອງ​ຈີນ】ລະນຶກເຖິງທ່ານໂຈ່ວເວີຍມິນ

2024-07-03 15:44:46 CRI

ທ່ານໂຈ່ວເວີຍມິນ ຜູ້ຊ່ຽວຊານຄົ້ນຄວ້າປະຫວັດສາດ ແລະ ວັດທະນະທຳແຂວງໄຫຫຼຳ ສາສະດາຈານມະຫາວິທະຍາໄລໄຫຫຼຳໄດ້ເຖິງແກ່ມໍລະນະກຳ ຢູ່ນະຄອນໄຫໂຂແຂວງໄຫຫຼຳໃນເວລາ 8 ໂມງ 10 ນາທີຂອງວັນທີ 20 ພຶດສະພາປີ 2024 ຍ້ອນເປັນພະຍາດ, ລວມອາຍຸໄດ້ 91 ປີ.

ທ່ານໂຈ່ວເວີຍມິນໄດ້ທຸ້ມເທເຫື່ອແຮງຂອງຕົນເຂົ້າໃນການຄົ້ນຄວ້າປະຫວັດສາດແລະວັດທະນະທຳແຂວງໄຫຫຼຳໃນຕະຫຼອດຊີວິດຂອງຕົນ, ໄດ້ສຸມໃສ່ຄົ້ນຄວ້າປຶ້ມ “ເກີ່ງລູ້ປູ້” ທີ່ໄດ້ບັນທຶກເສັ້ນທາງການເດີນເຮືອຢູ່ທະເລຈີນໃຕ້ທີ່ມີເອກະລັກພິເສດຂອງຊາວປະມົງໄຫຫຼຳມາເປັນເວລາ 30 ກວ່າປີ, ປຶ້ມ “ຕຳລາເທບທະເລຈີນໃຕ້-ການອະທິບາຍວັດທະນະທຳ “ເກີ່ງລູ້ປູ້” ຂອງຊາວປະມົງໄຫຫຼຳ” ທີ່ຂຽນໂດຍທ່ານໂຈ່ວເວີຍມິນ ໄດ້ຮວບຮວມ “ເກີ່ງລູ້ປູ້” ສະບັບຄັດລອກ 24 ສະບັບ ເຊິ່ງໄດ້ບັນທຶກຊື່,ຈຸດພິເສດ ແລະ ສະພາບແວດລ້ອມອຸທົກກະສາດຂອງເກາະດອນຕ່າງໆໃນປຶ້ມ “ເກີ່ງລູ້ປູ້” ສະບັບຄັດລອກແຕ່ລະສະບັບ ເຊິ່ງໄດ້ກາຍເປັນ “ເຄັດລັບ” ໃນການອະທິບາຍຕຳລາເທດທະເລຈີນໃຕ້.

ເດືອນມັງກອນປີ 2024, ທ່ານໂຈ່ວເວີຍມິນໄດ້ໃຫ້ສຳພາດຕໍ່ທີມງານຖ່າຍທຳສາລະຄະດີເລື່ອງ “ນີ້ແມ່ນທະເລຈີນໃຕ້” ຂອງວິທະຍຸໂທລະພາບສາກົນຈີນ ຫຼື CGTN ເຊິ່ງໄດ້ເປັນຂໍ້ມູນວິດີໂອທີ່ລ້ຳຄ່າ. ໃນເວລາໃຫ້ສຳພາດ, ທ່ານໂຈ່ວເວີຍມິນໄດ້ອະທິບາຍປະຫວັດສາດ 600 ກວ່າປີຂອງປຶ້ມ “ເກີ່ງລູ້ປູ້” ໂດຍຊີ້ອອກວ່າ: ນີ້ເປັນປື້ມທີ່ໄດ້ສືບທອດຕາມຄວາມເປັນມາຂອງປະຊາຊົນທີ່ສຳຄັນທີ່ສຸດສະບັບໜຶ່ງ ທີ່ຢືນຢັນວ່າ ຈີນມີອະທິປະໄຕເໜືອທະເລຈີນໃຕ້ ນອກຈາກປະຫວັດສາດ ແລະ ຫຼັກຖານຈາກບູຮານຄະດີ.