ການພົວພັນຄູ່ຮ່ວມ “ຖາວອນ” ຈີນ-ກາຊັກສະຖານປະກົດມີຊີວິດຊີວາໃໝ່

2024-07-04 15:57:03 cri

ໃນການກຳນົດການພົວພັນກັບຕ່າງປະເທດຂອງຈີນ, ການພົວພັນກັບກາຊັກສະຖານແມ່ນ “ຄູ່ຮ່ວມຍຸດທະສາດຮອບດ້ານຖາວອນ” ເຊິ່ງເປັນແບບຢ່າງແຫ່ງການພົວພັນລະຫວ່າງປະເທດໃກ້ຄຽງທີ່ຊ່ວຍຊູຍູ້ໜູນກັນ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ມີພຽງໜຶ່ງດຽວຢູ່ໃນໂລກ.


ໂດຍຢູ່ໃນໄລຍະສຳຄັນທີ່ເປັນຂໍກະແຈສຳລັບສອງປະເທດຈີນ ແລະ ກາຊັກສະຖານທີ່ຕ່າງພັດທະນາແລະສ້າງຄວາມຈະເລີນຮຸ່ງເຮືອງຂອງປະເທດຕົນ, ການເຮັດແນວໃດ ເພື່ອຍົກການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຖາວອນດັ່ງກ່າວຂຶ້ນສູ່ລະດັບໃໝ່ຕື່ມອີກ? ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປຢ້ຽມຢາມກາຊັກສະຖານທາງລັດຖະກິດ ລະຫວ່າງວັນທີ 2 ຫາ 4 ກໍລະກົດນີ້ ເຊິ່ງເປັນການໃຫ້ຄຳຕອບຕໍ່ເລື່ອງນີ້. ໃນໄລຍະການຢ້ຽມຢາມ, ປະມຸກລັດສອງປະເທດໄດ້ພົບປະກັນແບບມີຜົນສຳເລັດທີ່ອຸດົມສົມບູນ ແລະ ໄດ້ລົງນາມຖະແຫຼງການຮ່ວມ ໂດຍລະບຸວ່າ: ຈະສືບຕໍ່ຖືເອົາການຕ່າງປະເທດປະມຸກລັດເປັນທິດຊີ້ນຳ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ທີ່ມີໄມຕີຈິດມິດຕະພາບທຸກເຊັ່ນຄົນ, ໄວ້ເນື້ອເຊື່ອໃຈກັນໃນລະດັບສູງ, ຮ່ວມທຸກຮ່ວມສຸກ ແລະ ສ້າງຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ນອກນີ້, ຍັງໄດ້ເຊັນເອກະສານການຮ່ວມມືລະຫວ່າງສອງຝ່າຍຫຼາຍສິບສະບັບ ເຊິ່ງໄດ້ເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ການຂະຫຍາຍການພົວພັນຈີນ-ກາຊັກສະຖານດ້ວຍຄຸນນະພາບສູງ.

ການຮ່ວມມືຈີນ-ກາຊັກສະຖານ, ຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງເປັນພື້ນຖານ ແລະ ການຮ່ວມມືດ້ານເສດຖະກິດການຄ້າເປັນກຳລັງຂັບເຄື່ອນ. ກາຊັກສະຖານມີສຸພາສິດວ່າ: “ມິດຕະພາບເປັນຊັບສົມບັດທີ່ບ່ເຫືອດແຫ້ງຈັກເທື່ອ” ຂະນະທີ່ຈີນກໍມີສຸພາສິດວ່າ: “ຕ້ອງຖືສັດໃນການພົວພັນກັບໝູ່ເພື່ອນ”. ການພົວພັນຈີນ-ກາຊັກສະຖານໄດ້ກ້າວເຂົ້າສູ່ “ຮອບ 30 ປີຄຳ” ຄັ້ງໃໝ່. ໃນອະນາຄົດ, “ຄູ່ຮ່ວມຍຸດທະສາດຮອບດ້ານຖາວອນ” ຈີນ-ກາຊັກສະຖານຈະຮ່ວມມືກັນກ້າວເດີນໄປໜ້າ, ປະກອບສ່ວນກຳລັງແຮງຂອງຈີນ ແລະ ກາຊັກສະຖານ ເພື່ອປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກໃຫ້ຫຼາຍກວ່າເກົ່າ.