ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີຕັດຈິກິດສະຖານ

2024-07-04 10:22:46 cri



   ຕອນບ່າຍວັນທີ3ກໍລະກົດນີ້, ກ່ອນຈະເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮທີ່ນະຄອນຫຼວງອັສທານາຂອງກາຊັກສະຖານ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານຊາເດີ ນົວໂກໂຊເອວິສ ຈາປາຣົຟ ປະທານາທິບໍດີຕັດຈິກິດສະຖານ.



   ໃນໂອກາດດັ່ງກ່າວ, ທ່ານສີຈິ້ນຜິງກ່າວວ່າ, ຈີນຍິນດີຮ່ວມກັບຕັດຈິກິດສະຖານລົງເລິກການເຊື່ອມຈອດດ້ານຍຸດທະສາດການພັດທະນາ, ຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງຮອບດ້ານ. ສອງຝ່າຍຄວນເປີດກວ້າງແນວຄິດ, ຊຸກຍູ້ການຮ່ວມມືແຫ່ງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງໃຫ້ຂະຫຍາຍຕົວກ້າວລົງສູ່ລ່ວງເລິກແລະເປັນຮູບປະທຳຢ່າງບໍ່ຢຸດຢັ້ງ,ເປີດກວ້າງການຮ່ວມມືດ້ານກຳລັງການຜະລິດໃນຄຸນນະພາບໃໝ່. ຈີນຍິນດີຮ່ວມກັບຕັດຈິກິດສະຖານເພີ່ມທະວີການປະສານງານຮ່ວມມືກັນ, ເພື່ອສືບຕໍ່ເສີມສ້າງກົນໄກຈີນ-ອາຊີກາງໃຫ້ມີຄຸນນະພາບດີແລະເຂັ້ມແຂງຂຶ້ນ, ຮັບປະກັນໃຫ້ອົງການຮ່ວມມືຊຽງໄຮຂະຫຍາຍຕົວໄປຕາມທິດທາງທີ່ຖືກຕ້ອງແລະສອດຄ່ອງກັບຜົນປະໂຫຍດຮ່ວມຂອງບັນດາຝ່າຍ.

   ທ່ານຈາປາຣົຟກ່າວວ່າ: ສາຍພົວພັນຕັດຈິກິດສະຖານ-ຈີນໝັ້ນຄົງຂະໜົງແກ່ນ, ສອງປະເທດບໍ່ມີຄວາມຂັດແຍ້ງດ້ານການເມືອງແລະອຸປະສັກໃດໆໃນການຮ່ວມມື. ຕັດຈິກິດສະຖານເດັດດ່ຽວປະຕິບັດຫຼັກການປະເທດຈີນດຽວຢ່າງເຂັ້ມງວດ, ຍິນດີຕ້ອນຮັບວິສາຫະກິດຈີນໄປລົງທຶນຢູ່ຕັດຈິກິດສະຖານຫຼາຍກວ່າເກົ່າ, ສ່ວນຕັດຈິກິດສະຖານຈະສະໜອງສະພາບແວດລ້ອມການດຳເນີນທຸລະກິດທີ່ດີໃຫ້ແກ່ວິສາຫະກິດຈີນ. ຫວັງວ່າສອງຝ່າຍຈະສຸມຄວາມພະຍາຍາມຮ່ວມກັນຊຸກຍູ້ການກໍ່ສ້າງໂຄງການທາງລົດໄຟຈີນ-ຕັດຈິກິດສະຖານ-ອຸດສະເບກິດສະຖານ, ຮັດແໜ້ນການແລກປ່ຽນປະສານງານກັນໃນຂອບຫຼາຍຝ່າຍເຊັ່ນອົງການຮ່ວມມືຊຽງໄຮເປັນຕົ້ນ.