ປະທານາທິບໍດີເບລາຣຸດຊີກ່າວວ່າ: ບໍ່ອະນຸຍາດໃຫ້ກຸ່ມນາໂຕດຶງເອົາເບລາຣຸດຊີເຂົ້າສູ່ການປະທະກັນ

2024-07-04 15:14:14 cri

ວັນທີ 2 ກໍລະກົດນີ້, ທ່ານອາເລັກຊັນເດີ ລູກາເຊັນໂກ ປະທານາທິບໍດີເບລາຣຸດຊີກ່າວວ່າ: ກຸ່ມນາໂຕບໍ່ຢາກສິ້ນສຸດການປະທະກັນຢູ່ອູແກຣນ, ຍັງຢາກດຶງເອົາເບລາຣຸດຊີເຂົ້າສູ່ການປະທະກັນ, ທ່ານເອງຈະບໍ່ອະນຸຍາດໃຫ້ສະພາບການແບບນີ້ເກີດຂຶ້ນ.

ທ່ານລູກາເຊັນໂກກ່າວຕື່ມວ່າ: ເບລາຣຸດຊີບໍ່ຫວັງຢາກກ່ຽວຂ້ອງກັບການເຄື່ອນໄຫວທາງການທະຫານທຸກຢ່າງ ແລະບໍ່ອະນຸຍາດໃຫ້ເກີດການປະທະກັນໃດໆຢູ່ເຂດຊາຍແດນ. ເບລາຣຸດຊີໄດ້ສັງເກດເຫັນວ່າ: ໃນໄລຍະມໍ່ໆມານີ້, ອູແກຣນໄດ້ດຳເນີນການເຄື່ອນໄຫວເລື້ອຍໆຢູ່ເຂດຊາຍແດນລະຫວ່າງເບລາຣຸດຊີກັບອູແກຣນ, ແຕ່ເບລາຣຸດຊີຈະບໍ່ອະນຸຍາດໃຫ້ສະຖານະການຍົກລະດັບຫຼືຮ້າຍແຮງຂຶ້ນບໍ່ວ່າຈະຢູ່ໃນສະພາບການແບບໃດກໍຕາມ. ເບລາຣຸດຊີໄດ້ຈັດຕັ້ງກຳລັງແລະພາກສ່ວນຂ່າວລັບໄປປົກປັກຮັກສາຢູ່ຊາຍແດນ ເພື່ອສະກັດກັ້ນການເຄື່ອນໄຫວທີ່ເປັນປໍລະປັກກັນທີ່ອາດຈະເກີດຂຶ້ນຈາກທຸກທິດທາງ.