ຈຸນັກບິນອະວະກາດ “ເສີນໂຈ່ວ 18” ສໍາເລັດການເຄື່ອນໄຫວຢູ່ນອກຍານເທື່ອທີ 2 ຢ່າງຈົບງາມ

2024-07-04 11:01:37 CRI

 

   ແຫຼ່ງຂ່າວຈາກຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນແຈ້ງໃຫ້ຮູ້ວ່າ: ເວລາ 22 ໂມງ 51 ນາທີຂອງວັນທີ 3 ກໍລະກົດ 2024 ຕາມເວລາປັກກິ່ງ, ພາຍຫຼັງໄດ້ເຄື່ອນໄຫວຢູ່ນອກຍານເປັນເວລາເກືອບ 6 ຊົ່ວໂມງເຄິ່ງ, ພາຍໃຕ້ການປະສານງານຮ່ວມກັນລະຫວ່າງສະຖານີອະວະກາດ ແລະ ນັກຄົ້ນຄວ້າວິທະຍາສາດຢູ່ພາກພື້ນດິນ, ຈຸນັກບິນອະວະກາດ “ເສີນໂຈ່ວ 18” ໄດ້ຕິດຕັ້ງອຸປະກອນປ້ອງກັນໃສ່ລະບົບທໍ່, ສາຍກາບ ແລະ ອຸປະກອນສໍາຄັນຢູ່ນອກຍານຂອງສະຖານີອະວະກາດ, ພ້ອມທັງໄດ້ສໍາເລັດພາລະກິດກວດກາຢູ່ນອກຍານ. ຈາກນັ້ນ, ນັກບິນອະວະກາດ 2 ທ່ານ ຄື: ທ່ານ ເຢ້ກວ່າງຟູ້ ແລະ ທ່ານ ຫຼີຊົງ ໄດ້ກັບຄືນສູ່ໂມດູນທົດລອງເວີ້ນທຽນດ້ວຍຄວາມປອດໄພ, ສະແດງໃຫ້ເຫັນວ່າ: ການເຄື່ອນໄຫວຢູ່ນອກຍານເທື່ອນີ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.



   ນັບມາຮອດປັດຈຸບັນ, ຈຸນັກບິນອະວະກາດ “ເສີນໂຈ່ວ 18” ໄດ້ສໍາເລັດພາລະກິດເປັນ 1 ສ່ວນ 3 ຮຽບຮ້ອຍແລ້ວ, ຕໍ່ໄປນີ້ຍັງຈະດໍາເນີນການທົດລອງດ້ານວິທະຍາສາດ ແລະ ເຕັກໂນໂລຊີຕ່າງໆຕາມວົງໂຄຈອນຕື່ມອີກ.