ການເມືອງແບບເງິນຕາເຮັດໃຫ້ປະຊາຊົນອາເມຣິກາຕົກເປັນຜູ້ນັ່ງກອດເຂົ່າມືນຕາເບິ່ງປະຊາທິປະໄຕຢູ່ເສີຍໆ

2024-07-04 17:07:59 cri

ເມື່ອບໍ່ດົນມານີ້, ການອະພິປາຍທາງໂທລະພາບຄັ້ງທຳອິດຂອງຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີອາເມຣິກາປີ 2024 ໄດ້ຈັດຂຶ້ນຢູ່ນະຄອນອັດລານຕາ ລັດຈໍເຈຍຂອງອາເມຣິກາ. ເມື່ອສັງເກດເບິ່ງການອະພິປາຍຄັ້ງນີ້ໂດຍລວມແລ້ວພົບວ່າ: ການອະພິປາຍລະຫວ່າງທ່ານໂຈ ໄບເດັນ ແລະ ທ່ານໂດໂນ ທຣຳໃນດ້ານເສດຖະກິດ, ການຕ່າງປະເທດ, ຊາວອົບພະຍົບ ແລະບັນຫາອື່ນໆ ຄືວ່າເປັນດັ່ງ “ສົງຄາມນ້ຳລາຍ” ບັ້ນໜຶ່ງ. ແຕສຳລັບບັນຫາກ່ຽວກັບຊີວິດການເປັນຢູ່ຂອງປະຊາຊົນທີ່ເປັນຜູ້ເລືອກທັງຫຼາຍສົນໃຈນັ້ນ ທັງສອງຄົນຄືຊິບໍ່ເອົາຫົວຊາພໍປານໃດ, ສຸມແຕ່ກຳລັງເຂົ້າໃນ ການກ່າວໂຈມຕີຄູ່ແຂ່ງ, ຝ່າຍໜຶ່ງຖືກຕຳໜິວ່າເປັນ “ຜູ້ປະສົບຄວາມຫຼົ້ມແຫຼວ” “ຜູ້ຕ້ອງໂທດໜັກ”, ອີກຝ່າຍໜຶ່ງຖືກຕຳໜິວ່າເປັນ “ປະທານາທິບໍດີທີ່ຂີ້ຮ້າຍທີ່ສຸດໃນປະຫວັດສາດ”.


ທີ່ຈິງແລ້ວ, ການກ່າວໂຈມຕີລະຫວ່າງຜູ້ສະໝັກຮັບເລືອກຕັ້ງສອງທ່ານ ຄື ທ່ານໂຈ ໄບເດັນ ແລະ ທ່ານໂດໂນ ທຣຳ ໄດ້ເກີດຂຶ້ນຫຼາຍຄັ້ງແລ້ວ. ນັບແຕ່ທັງສອງຄົນນີ້ເປັນຄູ່ແຂ່ງກັນຄັ້ງທຳອິດໃນປີ 2020, ການກ່າວໂຈມຕີລະຫວ່າງສອງຄົນບໍ່ເຄີຍຢຸດເຊົາຈັກເທື່ອ ເຊັ່ນ: ຄະດີກ່າວຖອດຖອນທ່ານໂດໂນ ທຣຳ, ຄະດີຮ້ອງຟ້ອງທ່ານໂດໂນ ທຣຳ ທາງອາຍາ, ຄະດີກ່າວຟ້ອງລູກຊາຍທ່ານໂຈ ໄບເດັນ ທາງອາຍາ ແລະ ຄະດີກ່າວຖອດຖອນທ່ານໂຈ ໄບເດັນ ເຫຼົ່ານີ້ເປັນຕົ້ນ. ອີງຕາມການລາຍງານຂ່າວຂອງ “ຂ່າວເສດຖະກິດຍີ່ປຸ່ນ” ໃຫ້ຮູ້ວ່າ: ການເລືອກຕັ້ງປະທານາທິບໍດີອາເມຣິກາໃນປີນີ້, ຄາດວ່າ ການໂຄສະນາທາງການເມືອງມີເຖິງ 70% ແມ່ນກ່າວໂຈມຕີຄູ່ແຂ່ງ.

ບໍ່ສົນໃຈນຳຄວາມຮຽກຮ້ອງຕ້ອງການຂອງປະຊາຊົນຢ່າງແທ້ຈິງ ແລະ ບໍ່ອະທິບາຍທັດສະນະໃນການແຂ່ງຂັນເລືອກຕັ້ງຢ່າງເປັນຮູບປະທຳ, ຫາກສຸມໃສ່ແຕ່ “ການຫາເງິນອຸປະຖຳ” ແລະ ກ່າວໂຈມຕີຄູ່ແຂ່ງ ເຊິ່ງກໍຍ້ອນວ່າ, ສຽງຮຽກຮ້ອງຂອງປະຊາຊົນບໍ່ສຳຄັນ, ເງິນຄຳຈິ່ງແມ່ນປັດໄຈຕັດສິນຊີ້ຂາດໃນການແຂ່ງຂັນເລືອກຕັ້ງ. ການແຂ່ງຂັນເລືອກຕັ້ງຂອງອາເມຣິກາຈະເປືອງເງິນຫຼາຍເທົ່າໃດ? ຕາມຂ່າວແຈ້ງວ່າ: ງົບປະມານລາຍຈ່າຍໃນການເລືອກຕັ້ງຂອງອາເມຣິກາໃນປີ 2020 ສູງເຖິງ 14 ຕື້ໂດລາ, ເປັນ 2 ເທົ່າຂອງປີ 2016. ໃນນັ້ນ, ການເລືອກຕັ້ງປະທານາທິບໍດີເປືອງເງິນເຖິງ 6,6 ຕື້ໂດລາ, ການເລືອກຕັ້ງລັດຖະສະພາໃຊ້ຈ່າຍຫຼາຍກວ່າ 7 ຕື້ໂດລາ. ມີອົງການຄົ້ນຄວ້າອາເມຣິກາຄາດຄະເນວ່າ: ການເລືອກຕັ້ງໃນປີ 2024 ຈະເປັນການເລືອກຕັ້ງທີ່ເປືອງເງິນຫຼາຍທີ່ສຸດໃນປະຫວັດສາດອາເມຣິກາ, ພຽງແຕ່ເງິນໂຄສະນາທາງການເມືອງຂອງຜູ້ສະໝັກຮັບເລືອກຕັ້ງຕ່າງໆ ກໍຈະຫຼາຍກວ່າ 10 ຕື້ໂດລາ.


ສ່ວນເງິນທຶນຈຳນວນຫຼວງຫຼາຍທີ່ຕ້ອງການໃນການເລືອກຕັ້ງຂອງອາເມຣິກາຈະມາຈາກໃສ? ທ່ານແດນນິວ ເວນັດ ຫົວໜ້າໂຄງການການເລືອກຕັ້ງແລະລັດຖະບານສູນຄົ້ນຄວ້າຕຸລາການເບຣນນັນອາເມຣິກາໄດ້ເປີດເຜີຍໃນລາຍການໂທລະພາບຂອງອາເມຣິກາວ່າ: ໃນໄລຍະການເລືອກຕັ້ງໄລຍະກາງຂອງອາເມຣິກາປີ 2022, ຍອດຈຳນວນເງິນບໍລິຈາກຂອງ “ເສດຖີ” 100 ອັນດັບທຳອິດມີຫຼາຍກວ່າຍອດຈຳນວນເງິນບໍລິຈາກລາຍຍ່ອຍຂອງ “ປະຊາຊົນ” 3,7 ລ້ານຄົນ ເຊິ່ງເຮັດໃຫ້ນັກການເມືອງຈະບໍ່ມີເວລາແລກປ່ຽນຄວາມເຫັນກັບປະຊາຊົນ, ພຽງແຕ່ “ແລກປ່ຽນ” ກັບ “ເສດຖີ” ເຫຼົ່ານີ້ກໍພໍແລ້ວ.

ພາຍໃຕ້ຜົນສະທ້ອນຈາກ “ການເລືອກຕັ້ງແບບເງິນຕາ”, ເສດຖະກິດສັງຄົມອາເມຣິກາປາກົດມີພາບຕ່າງໆ: ຄວາມທຸກຍາກກັບຄວາມຮັ່ງມີມີຄວາມຫຼຸດໂຕນກັນຫຼາຍ, ຊັບສິນຂອງປະຊາກອນ 1% ທີ່ຮັ່ງມີທີ່ສຸດຂອງອາເມຣິກາກວມເຖິງ 13 ເທົ່າຂອງຊັບສິນຂອງປະຊາກອນ 50% ທີ່ທຸກຍາກ; ຈຳນວນອາວຸດປືນມີ ຫຼາຍກວ່າຈຳນວນປະຊາກອນຂອງອາເມຣິກາ; ກຸ່ມອຸດສາຫະກຳທະຫານຂອງອາເມຣິກາໄດ້ຮັບຜົນກຳໄລຢ່າງຫຼາຍເປັນພິເສດ; ນັກການເມືອງໄດ້ເຂົ້າສູ່ວົງການເສດຖະກິດແລ້ວໄດ້ຮັບເງິນເປັນຈຳນວນຫຼວງຫຼາຍ ພາຍຫຼັງພວກເຂົາລາອອກຈາກຕຳແໜ່ງການເມືອງ.


ເປັນໄລຍະດົນນານມາແລ້ວ, ອາເມຣິກາໄດ້ຖືເອົາການເລືອກຕັ້ງແບບອຶກກະທຶກຄຶກໂຄມຂອງຕົນເປັນສັນຍະລັກທ່າແຮງໃນລະບອບການເມືອງຂອງຕົນ. ແຕ່ທີ່ຈິງແລ້ວ, ການເມືອງແບບເງິນຕາເຮັດໃຫ້ການເລືອກຕັ້ງກາຍເປັນເກມການເມືອງທີ່ຂັບເຄື່ອນແລະເຄື່ອນໄຫວຕາມຫຼັກການເງິນຄຳ. ເມື່ອເງິນຄຳກາຍເປັນພະເອກການເມືອງ, ປະຊາທິປະໄຕຈະບໍ່ມີສ່ວນກ່ຽວຂ້ອງກັບປະຊາຊົນທຳມະດາສາມັນແລ້ວ.