ທ່ານ ສີຈິ້ນຜິງ ພົບປະເຈລະຈາກັບທ່ານ ປູຕິນ

2024-07-04 10:38:38 CRI

 

   ຕອນຄໍ່າວັນທີ 3 ກໍລະກົດນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ກ່ອນເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮຢູ່ນະຄອນຫຼວງອັສທານາປະເທດກາຊັກສະຖານ.


   ໃນໂອກາດນີ້, ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ຈີນ-ຣັດເຊຍຄວນສືບຕໍ່ເພີ່ມທະວີການເຊື່ອມໂຍງດ້ານຍຸດທະສາດການພັດທະນາ ແລະ ການປະສານງານດ້ານຍຸດທະສາດສາກົນ. ຈີນສະໜັບສະໜູນຣັດເຊຍປະຕິບັດໜ້າທີ່ເປັນປະເທດປະທານໝູນວຽນຂອງອົງການບຣິກສ໌ໃຫ້ດີ ເພື່ອຊຸກຍູ້ອົງການດັ່ງກ່າວໃຫ້ໄດ້ຮັບການພັດທະນາກ້າວໄປໄກຢ່າງໝັ້ນທ່ຽງ ແລະ ສ້າງປະຊາຄົມຮ່ວມຊາຕາກໍາອົງການຮ່ວມມືຊຽງໄຮທີ່ແໜ້ນແຟ້ນກວ່າເກົ່າ.



   ທ່ານ ປູຕິນ ກ່າວວ່າ: ປັດຈຸບັນ, ສາຍພົວພັນຣັດເຊຍ-ຈີນແມ່ນຢູ່ໃນລະດັບດີທີ່ສຸດຂອງປະຫວັດສາດ, ສອງຝ່າຍເຄົາລົບເຊິ່ງກັນແລະກັນ, ສະເໝີພາບກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຮັດເຊຍສະໜັບສະໜູນຈີນປົກປັກຮັກສາຜົນປະໂຫຍດແກນກາງ ກໍຄື ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນ, ຄັດຄ້ານອິດທິກໍາລັງພາຍນອກເຂົ້າແຊກແຊງວຽກງານພາຍໃນຂອງຈີນ ກໍຄືເຂົ້າແຊກແຊງບັນຫາທະເລຈີນໃຕ້. ໃນຖານະເປັນປະເທດປະທານໝູນວຽນອົງການບຣິກສ໌ໃນປີນີ້, ຣັດເຊຍຄອງຄອຍທີ່ຈະຮ່ວມກັບຝ່າຍຈີນເພີ່ມທະວີການແລກປ່ຽນປະສານງານກ່ຽວກັບການຮ່ວມມືລະຫວ່າງປະເທດສະມາຊິກອົງການບຣິກສ໌.


   ນອກນີ້, ປະມຸກລັດສອງປະເທດຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ສອງຝ່າຍສົນໃຈຮ່ວມກັນ.