ສື່ມວນຊົນຕັດຈິກິດສະຖານລົງບົດຄວາມຂອງທ່ານສີຈິ້ນຜິງ

2024-07-05 15:39:30 CRI

   ວັນທີ 5 ກໍລະກົດນີ້, ເນື່ອງໃນໂອກາດທີ່ທ່ານ ສີຈິ້ນຜິງ ປະທານປະເທດຈີນເດີນທາງໄປຢ້ຽມຢາມຕັດຈິກິດສະຖານທາງລັດຖະກິດ, ໜັງສືພິມປະຊາຊົນ ແລະ ສຳນັກຂ່າວສານໂຄວາຣ໌ ປະເທດຕັດຈິກິດສະຖານໄດ້ລົງບົດຄວາມຂອງທ່ານ ສີຈິ້ນຜິງ ທີ່ພາດຫົວຂໍ້ວ່າ: ຮ່ວມກັນສ້າງອະນາຄົດທີ່ດີງາມແຫ່ງສາຍພົວພັນລະຫວ່າງຈີນ-ຕັດຈິກິດສະຖານ.


   ເນື້ອໃນບົດຄວາມຂອງທ່ານ ສີຈິ້ນຜິງ ລະບຸວ່າ: ໃນຮອບ 32 ປີຜ່ານມາ, ສາຍພົວພັນລະຫວ່າງຈີນ-ຕັດຈິກິດສະຖານໄດ້ຮັກສາທ່ວງທ່າຂະຫຍາຍຕົວທີ່ເຂັ້ມແຂງ ແລະ ປອດໃສມາໂດຍຕະຫຼອດ. ສອງປະເທດໄດ້ປະຕິບັດຕໍ່ກັນຢ່າງຈິງໃຈ, ເຄົາລົບ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ພ້ອມທັງໄດ້ຮ່ວມມືກັນຢ່າງເປັນຈິດໜຶ່ງໃຈດຽວ ເຮັດໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ພວກເຮົາໄດ້ແລກປ່ຽນກັນຢ່າງມີໄມຕີຈິດມິດຕະພາບ ທັງໄດ້ຖອດຖອນບົດຮຽນເຊິ່ງກັນແລະກັນ. ພວກເຮົາເປີດອົກເປີດໃຈຕໍ່ກັນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ.


   ປັດຈຸບັນ, ຈີນ ແລະ ຕັດຈິກິດສະຖານ ລ້ວນແຕ່ຢູ່ໃນໄລຍະສໍາຄັນຂອງການ ພັດທະນາປະເທດຊາດໃຫ້ຈະເລີນ. ຂ້າພະເຈົ້າຫວັງຢາກຜ່ານການຢ້ຽມຢາມຄັ້ງນີ້, ເປິກສາຫາລືການຮ່ວມມືລະຫວ່າງສອງປະເທດຈີນ-ຕັດຈິກິດສະຖານກັບທ່ານປະທານາທິບໍດີເອໂມມາລີ ຣາຣ໌ມອນ ເພື່ອຊຸກຍູ້ສາຍພົວພັນລະຫວ່າງຈີນ-ຕັດຈິກິດສະຖານໃຫ້ກ້າວຂຶ້ນສູ່ລະດັບໃໝ່. ຈ້ອງມອງເບິ່ງອະນາຄົດ, ຈີນຄອງຄອຍທີ່ຈະສຸມຄວາມພະຍາຍາມຮ່ວມກັບເພື່ອນມິດຕັດຈິກິດສະຖານ, ວາງແຜນວາດໃໝ່ແຫ່ງໄມຕີຈິດມິດຕະພາບຈີນ-ຕັດຈິກິດສະຖານ, ຂຽນປະຫວັດສາດໜ້າໃໝ່ແຫ່ງການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ສ້າງອະນາຄົດທີ່ດີງາມຂອງປະຊາຊົນສອງປະເທດ.