ທ່ານເລຂາທິການໃຫຍ່ສູນກາງພັກ, ປະທານປະເທດລາວ: ຊົມເຊີຍທ່ານເລຂາທິການໃຫຍ່ ສີຈິ້ນຜິງທີ່ຍຶດໝັ້ນຖືເອົາປະຊາຊົນເປັນຫຼັກ ແລະ ມີຈິດໃຈຂອງໂລກ

2024-07-05 10:04:59 cri

    ວັນທີ 3 ກໍລະກົດນີ້,ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວກ່າວ ວ່າ: ລາວຊົມເຊີຍທ່ານເລຂາທິການໃຫຍ່ ສີຈິ້ນຜິງ ທີ່ຍຶດໝັ້ນຖືເອົາປະຊາຊົນຫຼັກ, ນຳພາພັກກອມມູນິດຈີນທີ່ມີປະຫວັດສາດເປັນຮ້ອຍໃຫ້ມີຄວາມຊີວິດຊີວາໃໝ່, ນຳພາພາລະກິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃຫ້ໄດ້ຮັບຜົນສຳເລັດອັນຍິ່ງໃຫຍ່ທາງປະຫວັດສາດ. ຄຸນລັກສະນະເພື່ອບັນລຸຜົນສໍາເລັດທີ່ຍິ່ງໃຫຍ່ແລະປະຫວັດສາດ. ລາວເຊື່ອໝັ້ນວ່າ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງຄະນະກຳມະການສູນກາງພັກກອມມູນິດຈີນທີ່ມີສະຫາຍສີຈິ້ນຜິງເປັນຫຼັກ, ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ຈະຊຸກຍູ້ການປະຕິຮູບຢ່າງຮອບດ້ານແລະເລິກເຊິ່ງກວ່າເກົ່າ, ປະຊາຊົນຈີນຈະບັນລຸເປົ້າໝາຍສູ້ຊົນ100ປີຄັ້ງທີສອງຢ່າງມີໄຊ.

    ໃນວັນດຽວກັນ, ທ່ານ ທອງລຸນ ສີສຸລິດ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດຈີນປະຈຳລາວ. ທ່ານ ທອງລຸນ ສີສຸລິດ ກ່າວວ່າ: ຄຳປາໄສສຳຄັນຂອງທ່ານເລຂາທິການໃຫຍ່ ສີ ຈິ້ນຜິງ ທີ່ກອງປະຊຸມລະນຶກວັນປະກາດຫຼັກການ 5 ປະການແຫ່ງການຢູ່ຮ່ວມກັນໂດຍສັນຕິຄົບຮອບ 70 ປີ ເຊິ່ງໄດ້ສະແດງໃຫ້ເຫັນເຖິງວິໄສທັດ ແລະ ຈິດໃຈຂອງໂລກ, ພ້ອມທັງໄດ້ໃຫ້ທິດທາງຂອງຈີນ ໃຫ້ແກ່ປະເທດຕ່າງໆ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆ ແລະ ຮ່ວມມືກັນສ້າງອະນາຄົດທີ່ດີຂຶ້ນ, ເຊື່ອວ່າ ຈີນຈະສືບຕໍ່ເສີມຂະຫຍາຍບົດບາດໃຈກາງໃນຂະບວນການສັນຕິພາບແລະການພັດທະນາຂອງໂລກ. ລາວສະໜັບສະໜູນ3 ຂໍ້ລິເລີ່ມໃຫຍ່ກ່ຽວກັບໂລກຢ່າງໜັກແໜ້ນ, ຍິນດີຮ່ວມກັບຈີນເພື່ອຮ່ວມກັນສ້າງ "ໜຶ່ງແລວ ໜຶ່ງເສັ້ນທາງ" ໃຫ້ມີຄຸນນະພາບສູງ ແລະ ເປັນແບບຢ່າງທີ່ດີໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ດ້ວຍພຶດຕິກຳອັນສຳຄັນໃນການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ.

    ທ່ານນາງຟາງຫົງກ່າວວ່າ, ພາຍໃຕ້ການຊີ້ນຳທາງດ້ານຍຸດທະສາດການທູດຂອງປະມຸກລັດສອງປະເທດ, ການພົວພັນຈີນ-ລາວນັບມື້ນັບແໜ້ນແຟ້ນແລະໝັ້ນຄົງຂະໜົງແກ່ນຍິ່ງໆຂຶ້ນ,ຍິນດີຮ່ວມກັບຝ່າຍລາວພະຍາຍາມຮ່ວມກັນເພື່ອປະຕິບັດຄວາມເຫັນດີເຫັນພ້ອມດ້ານຍຸດທະສາດຂອງການນຳຂັ້ນສູງສຸດຂອງສອງປະເທດໃຫ້ເປັນຮູບປະທຳ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນລາວຂຶ້ນສູ່ລະດັບໃໝ່.

ທ່ານນາງຟາງຫົງໄດ້ເດີນທາງມາຮອດນະຄອນຫຼວງວຽງຈັນເພື່ອດຳລົງຕຳແໜ່ງເອກອັກຄະລັດຖະທູດຈີນປະຈຳລາວໃນວັນທີ 25 ມິຖຸນາແລ້ວນີ້.