ກຳປັ່ນແຫ່ງປະຊາຄົມຮ່ວມຊາຕາກຳຈີນ-ອາເມຣິກາລາຕິນເດີນໜ້າໄປໄກຢ່າງໜັກແໜ້ນ

2024-07-05 14:30:35 CRI



   ລະຫວ່າງວັນທີ25-29 ມິຖຸນາ2024, ທ່ານນາງ ດີນາ ໂບເລືອເຕ ປະທານາທິບໍດີສາທາລະນະລັດເປຣູ ໄດ້ເດີນທາງໄປຢ້ຽມຢາມສາທາລະນະລັດປະຊາຊົນຈີນທາງລັດຖະກິດຕາມຄຳເຊີນ ເຊິ່ງເປັນເທື່ອທຳອິດທີ່ເພິ່ນຢ້ຽມຢາມຈີນພາຍຫຼັງດຳລົງຕຳແໜ່ງປະທານາທິບໍດີ.

     ໃນເວລາໃຫ້ສຳພາດເປັນການສະເພາະຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນຫຼື CMG ທ່ານນາງ ໂບເລືອເຕ ກ່າວຢືນຢັນວ່າ: ຜ່ານຈາກປະຊາຄົມປະເທດອາເມຣິກາລາຕິນແລະກາຣາອິບ,ບັນດາປະເທດໃນພາກພື້ນຂອງພວກຂ້າພະເຈົ້າແຫ່ງນີ້ໄດ້ສາມັກຄີເຕົ້າໂຮມກັນຢູ່ພາຍໃຕ້ຄັນທຸງແຫ່ງລັດທິຫຼາຍຝ່າຍ. ຂ້າພະເຈົ້າເຫັນວ່າ: ຈີນໄດ້ປະກອບສ່ວນອັນສຳຄັນທີ່ສຸດຕໍ່ອົງການປະເພດນີ້, ເພາະວ່າຈີນໄດ້ສະແດງໃຫ້ພວກຂ້າພະເຈົ້າເຫັນວ່າ ການພັດທະນາຂອງຈີນບໍ່ພຽງແຕ່ສາມາດສົ່ງເສີມການພົວພັນສອງຝ່າຍ ແລະ ຫຼາຍຝ່າຍເທົ່ານັ້ນ,  ຍັງສາມາດສົ່ງຜົນສະທ້ອນຕໍ່ແຕ່ລະປະເທດຕື່ມອີກ. ຂ້າພະເຈົ້າເຊື່ອໝັ້ນວ່າ: ບັນດາປະເທດໃນພາກພື້ນອາເມຣິກາລາຕິນ ກໍຄື  ອົງການປະຊາຄົມປະເທດອາເມຣິກາລາຕິນແລະກາຣາອິບ ຕ່າງກໍໄດ້ຖືເອົາຈີນເປັນແບບຢ່າງດີທີ່ສຸດ. ດ້ວຍເຫດນີ້, ຂ້າພະເຈົ້າຈຶ່ງເຫັນວ່າ: ພວກຂ້າພະເຈົ້າຄວນຂອບໃຈນຳຂໍ້ລິເລີ່ມຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນ ພ້ອມທັງຜ່ານຈາກສັນຍາສອງຝ່າຍ ແລະ ຫຼາຍຝ່າຍເຮັດໃຫ້ການຮ່ວມມືແບບນີ້ໄດ້ຮັບການຂະຫຍາຍຕົວຕື່ມອີກ.