ກອງທັບຈີນທີ່ເຂົ້າຮ່ວມການຊ້ອມຮົບຮ່ວມຈີນ-ລາວ “ໂລ້ກຳບັງມິດຕະພາບ2024” ສຳເລັດການເຕົ້າໂຮມຢູ່ລາວ

2024-07-05 11:40:10 cri



ເວລາປະມານ4ໂມງຂອງວັນທີ2ກໍລະກົດນີ້, ໄປຄຽງຄູ່ກັບຂະບວນລົດໄຟຂົນສົ່ງທະຫານເຂົ້າຈອດຢູ່ສະຖານີໂພນໂຮງແຂວງວຽງຈັນປະເທດລາວ, ກອງທັບຈີນທີ່ເຂົ້າຮ່ວມການຊ້ອມຮົບຮ່ວມຈີນ-ລາວ “ໂລ້ກຳບັງມິດຕະພາບ2024” ໄດ້ເດີນທາງເຖິງປະເທດລາວທັງໝົດ,ຈາກນັ້ນໄດ້ຄ່ຽນຖ່າຍອຸປະກອນທັນທີ.

ໂດຍອີງຕາມຄວາມເຫັນທີ່ເປັນເອກະພາບກັນທີ່ສອງຝ່າຍຈີນ-ລາວຕົກລົງກັນ, ການຊ້ອມຮົບຮ່ວມຈີນ-ລາວ“ໂລ້ກຳບັງມິດຕະພາບ2024”ຈະຈັດຂຶ້ນລະຫວ່າງວັນທີ5-18ກໍລະກົດນີ້ຢູ່ປະເທດລາວ. ກອງທັບສອງປະເທດຈະປິ່ນປ້ອມຫົວຂໍ້ “ການເຄື່ອນໄຫວປະສານສູ້ຮົບປ້ອງກັນ”,ເພື່ອຈັດຕັ້ງການຊ້ອມຮົບຮ່ວມໂດຍນຳໃຊ້ກຳລັງທະຫານຕົວຈິງ. ການຊ້ອມຮົບຮ່ວມຄັ້ງນີ້ມີເນື້ອໃນຕ່າງໆເຊັ່ນ ການເຝິກຊ້ອມປະສົມ, ການເຝິກຊ້ອມສັງລວມແລະການແລກປ່ຽນດ້ານວັດທະນະທຳເປັນຕົ້ນ. ສອງຝ່າຍມີກຳລັງທະຫານເຂົ້າຮ່ວມການຊ້ອມຮົບລວມທັງໝົດ1.200ກວ່າຄົນ, ຝ່າຍຈີນໄດ້ສົ່ງທະຫານ300ກວ່າຄົນແລະນຳເອົາອາວຸດຍຸດໂທປະກອນຫຼາຍແບບເຂົ້າຮ່ວມການຊ້ອມຮົບຄັ້ງນີ້.