ນາຍົກຈີນເຂົ້າຮ່ວມພິທີເປີດກອງປະຊຸມປັນຍາປະດິດໂລກ ແລະ ກອງປະຊຸມລະດັບສູງກ່ຽວກັບການຄຸ້ມຄອງປັນຍາປະດິດໂລກ 2024

2024-07-05 14:56:29 cri


ວັນທີ 4 ກໍລະກົດນີ້ຢູ່ນະຄອນຊຽງໄຮ, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມພິທີເປີດກອງປະຊຸມປັນຍາປະດິດໂລກ ແລະ ກອງປະຊຸມລະດັບສູງກ່ຽວກັບການຄຸ້ມຄອງປັນຍາປະດິດໂລກ 2024 ແລະປະກອບຄຳເຫັນ.

ທ່ານຫຼີສຽງ ເນັ້ນໜັກວ່າ: ການພັດທະນາປັນຍາປະດິດຕ້ອງການໃຫ້ບັນດາປະເທດລົງເປິກເປີດສາຫາລື, ເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນ ແລະ ຮ່ວມກັນຮັບມືກັບສິ່ງທ້າທາຍໂດຍດ່ວນ. ຈີນຍິນດີຮ່ວມກັບປະເທດຕ່າງໆ, ຊຸກຍູ້ໃຫ້ປັນຍາປະດິດເຂົ້າມາຮັບໃຊ້ການພັດທະນາຂອງໂລກຫຼາຍກວ່າເກົ່າ, ເພີ່ມຄວາມສຸກໃຫ້ແກ່ມວນມະນຸດ, ແລະຮ່ວມກັນກ້າວໄປສູ່ອະນາຄົດດ້ານປັນຍາປະດິດທີ່ດີງາມກວ່າເກົ່າ.

ທ່ານຫຼີສຽງ ໄດ້ສະເໜີຂໍ້ສະເໜີ 3 ຂໍ້ຄື: ໜຶ່ງ, ລົງເລິກການຮ່ວມມືແບບປະດິດສ້າງໃໝ່, ສ້າງຜົນປະໂຫຍດດ້ານປັນຍາປະດິດ; ສອງ, ຊຸກຍູ້ການພັດທະນາທີ່ໃຫ້ຜົນປະໂຫຍດຢ່າງທົ່ວເຖິງ, ຫຼຸດຜ່ອນຊ່ອງຫວ່າງດ້ານປັນຍາປະດິດ; ສາມ, ເພີ່ມທະວີການປະສານທົມທົບຄຸ້ມຄອງບໍລິຫານຮ່ວມກັນ, ຮັບປະກັນໃຫ້ປັນຍາປະດິດພັດທະນາໄປທາງທີ່ດີ.

ກອງປະຊຸມໄດ້ອອກ “ຖະແຫຼງການຊຽງໄຮວ່າດ້ວຍການຄຸ້ມຄອງປັນຍາປະດິດໂລກ”.