ທ່ານສີຈິ້ນຜິງເນັ້ນໜັກໃຫ້ມີສະຕິຕື່ນຕົວເປັນຕົວແບບຜູ້ປະຕິບັດຕົວຈິງດ້ານຄວາມຈົງຮັກພັກດີແລະຊື່ສັດຕໍ່ພັກ

2024-07-05 17:33:40 CRI



ວັນທີ1ກໍລະກົດ2024ເປັນວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ103ປີ, ເຊິ່ງໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວໄດ້ສົ່ງສານອວຍພອນເຖິງຄະນະກໍາມະການສູນກາງພັກກອມມູນິດຈີນເມື່ອວັນທີ 1 ກໍລະກົດນີ້ ໂດຍ ເນື້ອໃນສານອວຍພອນໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ ທີ່ພັກກອມມູນິດຈີນ ໄດ້ນຳພາປະຊາຊົນຈີນ ຜ່ານຜ່າບັ້ນທົດສອບທີ່ີຫຍຸ້ງຍາກ, ລຳບາກຂ້ຽວຂາດນານາປະການ ຈົນສໍາເລັດພາລະກິດປົດປ່ອຍຊາດ ແລະ ຍາດໄດ້ຜົນສຳເລັດອັນມະຫັດສະຈັນທີ່ມີຄວາມໝາຍປະຫວັດສາດໃນການສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ກໍຄືບັນດາຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ ທີ່ ຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ.  ພັກກອມມູນິດຈີນສ້າງຕັ້ງຂຶ້ນມາເປັນເວລາ103ປີແລ້ວ, ຈົນມາເຖິງທຸກມື້ນີ້ຍັງສາມາດຮັກສາພະລັງຊີວິດອັນເຂັ້ມແຂງໄດ້. ຕາມສະຖິຕິຫຼ້າສຸດ, ນັບມາຮອດທ້າຍປີ2023ຜ່ານມາ, ຈຳນວນສະມາຊິກພັກກອມມູນິດຈີນມີຫຼາຍກວ່າ99ລ້ານຄົນ, ຕໍ່ກັບຄຸນທາດການເມືອງຂອງສະມາຊິກພັກ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ເນັ້ນໜັກໃຫ້ມີສະຕິຕື່ນຕົວເປັນຕົວແບບຜູ້ປະຕິບັດຕົວຈິງດ້ານຄວາມຈົງຮັກພັກດີແລະຊື່ສັດຕໍ່ພັກ. 

 

ກົດລະບຽບພັກກອມມູນິດຈີນໄດ້ລະບຸໄວ້ຢ່າງຈະແຈ້ງວ່າ: ສະມາຊິກພັກຕ້ອງຈົງຮັກພັກດີແລະຊື່ສັດຕໍ່ພັກ. ນີ້ບໍ່ພຽງແຕ່ເປັນຂໍ້ຮຽກຮ້ອງດ້ານການເມືອງສຳລັບສະມາຊິກພັກທຸກຄົນເທົ່ານັ້ນ, ຍັງເປັນຫຼັກການສະຕິພັກທີ່ພະນັກງານການນຳທຸກຄົນຕ້ອງເຄົາລົບປະຕິບັດ.

 

“ຈົ່ງມີສະຕິຕື່ນຕົວເປັນຕົວແບບຜູ້ປະຕິບັດຕົວຈິງດ້ານຄວາມຈົງຮັກພັກດີແລະຊື່ສັດຕໍ່ພັກ” ນີ້ແມ່ນຄຳຮຽກຮ້ອງຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄປຍັງພະນັກງານໜຸ່ມໃນໂອກາດພິທີເປີດຊຸດຝຶກອົບຮົມໃຫ້ພະນັກງານໄວກາງຄົນແລະໄວໜຸ່ມຂອງໂຮງຮຽນທິດສະດີສູນກາງພັກກອມມູນິດຈີນ(ສະຖາບັນການປົກຄອງແຫ່ງຊາດ)ພາກຮຽນລະດູໃບໄມ້ປົ່ງ2024”, ໂດຍເພິ່ນໄດ້ຮຽກຮ້ອງໃຫ້ບັນດາສະຫາຍພະນັກງານໜຸ່ມແລະໄວກາງຄົນຕ້ອງຍຶດໝັ້ນຫຼັກການການເມືອງຢ່າງຊັດເຈນ, ສຸມໃສ່ຍົກສູງຄວາມສາມາດວິເຄາະໄຈ້ແຍກດ້ານການເມືອງ, ຄວາມສາມາດເຊື່ອມຊຶມດ້ານການເມືອງ ແລະຄວາມສາມາດປະຕິບັດດ້ານການເມືອງ, ຮັກສາວິໄນການເມືອງແລະຫຼັກເກນ ການເມືອງຢ່າງເຂັ້ມງວດ, ເວົ້າແທ້, ທຳຈິງ, ເປັນຄົນຊື່ສັດ, ຮັກສາຄວາມເປັນເອກະພາບກັບສູນກາງພັກໃນລະດັບສູງ.

 

ທ່ານສີຈິ້ນຜິງກ່າວວ່າ: “ບັນຫາການເມືອງທັງໝົດຢູ່ພາຍໃນພັກ ສະຫຼຸບແລ້ວກໍແມ່ນຈະມີຄວາມຈົງຮັກພັກດີຕໍ່ພັກຫຼືບໍ່.”

 

ທ່ານສີຈິ້ນຜິງເປັນສະມາຊິກພັກກອມມູນິດຈີນທີ່ມີອາຍຸພັກ50ປີແລ້ວ. ທ່ານຫຼຽນຢວີ້ມິງ ຜູ້ຕິດຕາມທ່ານສີຈິ້ນຜິງເຂົ້າເປັນສະມາຊິກພັກໃຫ້ຮູ້ວ່າ: “ຈິ້ນຜິງໄດ້ຂຽນໃບຮ້ອງຂໍເຂົ້າພັກລວມທັງໝົດຫຼາຍໆໃບ”. ທ່ານສີຈິ້ນຜິງເຫັນວ່າ: ຄວາມຈົງຮັກພັກດີເປັນທາດແທ້ແລະແກນກາງດ້ານຄຸນທາດການເມືອງຂອງຊາວກອມມູນິດ, ເພິ່ນເວົ້າວ່າ: “ເມື່ອເຂົ້າເປັນສະມາຊິກພັກແລ້ວ ຕ້ອງເດີນຕາມພັກຢ່າງສຸດອົກສຸດໃຈຕະຫຼອດຊີວິດ.” ເພິ່ນເຄີຍຍົກເອົາສຳນວນທີ່ລະບຸໄວ້ໃນປຶ້ມ “ປິ່ງຢ້າວ” (ຫຼັກການຄຸ້ມຄອງກອງທັບ)ຂອງຂົງເປັ້ງ ນັກການເມືອງ ນັກການທະຫານທີ່ມີຊື່ສຽງໃນສະໄໝບູຮານຈີນ ຄື “ເຢິນຈື່ຈົ່ງເຢ, ໂຢວຢວີຈື່ໂຢຢ່ວນ” ແປເປັນລາວວ່າ: “ເມື່ອຄົນມີຄຸນສົມບັດທີ່ຈົງຮັກພັກດີ ກໍປຽບເໝືອນປາໄດ້ນ້ຳ”  ເພື່ອຊີ້ແຈງເຖິງຄວາມສຳຄັນທີ່ສຸດຂອງສະມາຊິກພັກມີຄວາມຈົງຮັກພັກດີຕໍ່ພັກ. ນອກນີ້, ເພິ່ນຍັງໄດ້ຂຽນບົດຄວາມບົດໜຶ່ງໂດຍມີເນື້ອໃນບາງຕອນວ່າ: “ກົດລະບຽບພັກກຳນົດໃຫ້ສະມາຊິກພັກ ‘ຈົງຮັກພັກດີແລະຊື່ສັດ,ຄຳເວົ້າແລະການກະທຳຕ້ອງເປັນເອກະພາບກັນ’, ປະໂຫຍກນີ້ລຽບງ່າຍຕິດແທດຕົວຈິງແລະມີລັກສະນະຈຸດສຸມທີ່ສຸດ.”

 



ທ່ານສີຈິ້ນຜິງກ່າວວ່າ: “ຄວາມຈົງຮັກພັກດີບໍ່ແມ່ນເວົ້າຕິດປາກແລະຂຽນຢູ່ເທິງເຈ້ຍລ້າໆ, ແຕ່ຫາກຕ້ອງສະແດງໃຫ້ເຫັນຢູ່ນຳການກະທຳຕົວຈິງ.” ທ່ານສີຈິ້ນຜິງໄດ້ຮຽກຮ້ອງມາຍັງສະມາຊິກພັກທັງຫຼາຍຈົ່ງສະແດງໃຫ້ເຫັນຄວາມຈົງຮັກພັກດີຕໍ່ພັກດ້ວຍການກະທຳຕົວຈິງ. ເພິ່ນໄດ້ສະຫຼຸບຄວາມຈົງຮັກພັກດີຕໍ່ພັກໃຫ້ເປັນຄຳວ່າ: “ບັນເທົາພາລະເພື່ອພັກ, ແບກຫາບຄວາມຮັບຜິດຊອບເພື່ອປະເທດຊາດ, ອຸທິດຕົນເພື່ອປະຊາຊົນ.” ໃນກອງປະຊຸມວຽກງງານຈັດຕັ້ງທົ່ວປະເທດຈີນທີ່ຈັດຂຶ້ນເມື່ອປີ2018, ທ່ານສີຈິ້ນຜິງໄດ້ມີຄຳເຫັນທີ່ເຮັດໃຫ້ຄົນທັງຫຼາຍສຳນຶກຄິດຢ່າງເລິກເຊິ່ງຄື: “ມີຄົນເວົ້າວ່າ, ຂໍພຽງແຕ່ບໍ່ຄັດຄ້ານພັກແລະຄັດຄ້ານສັງຄົມນິຍົມ, ກໍບໍ່ສາມາດເວົ້າໄດ້ວ່າແມ່ນມີບັນຫາດ້ານຄວາມຈົງຮັກພັກດີຕໍ່ພັກ. ຄວາມຮັບຮູ້ແບບນີ້ມັນບໍ່ເລິກເຊິ່ງ. ພະນັກງານບາງຄົນເລືອກວຽກເບົາຢ້ານວຽກໜັກ,ບໍ່ຍອມໄປເຮັດວຽກຢູ່ສະຖານທີ່ຫຼືຕຳແໜ່ງທີ່ລຳບາກ, ມັນຈະເວົ້າໄດ້ວ່າເປັນຄວາມຈົງຮັກພັກດີຕໍ່ພັກບໍ່?, ພະນັກງານບາງຄົນປິດບັງໃນເວລາລາຍງານສະພາບສ່ວນຕົວຕໍ່ການຈັດຕັ້ງ, ນອກໂມງການຈະຊອກຫາລາວບໍ່ເຫັນ, ມັນຈະເວົ້າໄດ້ວ່າມີຄວາມຈົງຮັກພັກດີຕໍ່ພັກບໍ່?”

 

ທ່ານສີຈິ້ນຜິງກ່າວວ່າ: “ຕ້ອງຖືເອົາຄຳວ່າ “ເວົ້າແທ້, ທຳຈິງ, ເປັນຄົນຊື່ສັດ” ເປັນຄຳຂວັນປະຈໍາຕົວຂອງຕົນ, ເຮັດແນວນີ້ຈຶ່ງຈະສາມາດຕັ້ງຈຸດຢືນໃຫ້ໝັ້ນທ່ຽງແລະກ້າວເດີນໄປໄກໄດ້ຢ່າງແທ້ຈິງ”.

 

ກ່ຽວກັບການຊຸກຍູ້ການຫັນປ່ຽນເສດຖະກິດ-ສັງຄົມ, ທ່ານສີຈິ້ນຜິງເນັ້ນໜັກວ່າຕ້ອງເຮັດໃຫ້ມີການເຕີບໂຕຢ່າງແທ້ຈິງໂດຍບໍ່ມີສິ່ງປອມແປງ, ເປັນການເຕີບໂຕທີ່ມີປະສິດທິຜົນ,ມີຄຸນນະພາບແລະມີຄວາມຍືນຍົງ. ກ່ຽວກັບວຽກງານຫຼຸດຜ່ອນຄວາມທຸກຍາກ, ເພິ່ນໄດ້ຕັກເຕືອນວ່າ: ຕ້ອງຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ,ຢ່າຮ້ອງແຕ່ຄຳຂວັນລ້າໆ ແລະ ຢ່າຕັ້ງເປົ້າໝາຍສູງເກີນໄປ ແບບບໍ່ສອດຄ່ອງກັບຄວາມເປັນຈິງ. ຢູ່ໃນໃຈຂອງທ່ານສີຈິ້ນຜິງ, ເພິ່ນເຫັນວ່າ ການເຮັດວຽກແລະສ້າງສາພາລະກິດຂອງພະນັກງານສະມາຊິກພັກຕ້ອງສະແຫວງຫາສັດຈະທຳຈາກຄວາມເປັນຈິງແລະຕິດແທດຕົວຈິງ, ບໍ່ໃຫ້ເຮັດແບບຈອມປອມແມ່ນແຕ່ໜ້ອຍດຽວ. ມີຄົນເວົ້າວ່າ ຄົນຊື່ສັດມັກຈະເສຍປຽບ, ແຕ່ເພິ່ນບໍ່ໄດ້ຄິດແນວນັ້ນ. ເພິ່ນເວົ້າວ່າ: ຄົນທີ່ບໍ່ສະແຫວງຫາສັດຈະທຳຈາກຄວາມເປັນຈິງແລະບໍ່ເຮັດວຽກຕາມກົດເກນພາວະວິໄສຢ່າງແທ້ຈິງນັ້ນ, ບາງທີອາດຈະໄດ້ປຽບຢູ່, ແຕ່ໃນທີ່ສຸດກໍຕ້ອງເສຍປຽບຢ່າງແນ່ນອນ. ນີ້ຄືບົດຮຽນທີ່ສະຫຼຸບແລະຖອດຖອນໄດ້ຈາກປະຫວັດສາດ.

 



ທ່ານສີຈິ້ນຜິງໄດ້ສົ່ງເສີມແນວຄິດຊີ້ນຳວຽກງານພະນັກງານຢ່າງໜຶ່ງຄື: ໃຫ້ຄວາມສຳຄັນຕໍ່ຄົນຊື່ສັດແລະນຳໃຊ້ຄົນຊື່ສັດ. ຕອນເປັນເລຂາຄະນະພັກຢູ່ແຂວງເຈີ້ຈ່ຽງ, ທ່ານສີຈິ້ນຜິງໄດ້ສະເໜີໃຫ້ສ້າງຕັ້ງກົນໄກການຈັດຕັ້ງທີ່ມີປະສິດທິພາບ ໂດຍແຕ່ງຕັ້ງແລະນຳໃຊ້ພະນັກງານທີ່ເຮັດວຽກຢ່າງສະຫງົບໜິ້ງ,ດຸໝັ່ນຂະຫຍັນພຽນ, ເຮັດແທ້ທຳຈິງ. ພາຍຫຼັງດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນແລ້ວ, ທ່ານສີຈິ້ນຜິງໄດ້ຍົກເອົາຄຳບູຮານຄື “ຢຽນກົ້ວສີສື ປູ້ເຂີ້ຕ້າຢົ້ງ” ໝາຍຄວາມວ່າ: “ຜູ້ທີ່ເວົ້າເກີນຄວາມເປັນຈິງ ຈະບໍ່ສາມາດ ມອບຕຳແໜ່ງທີ່ສຳຄັນໃຫ້” ເພື່ອຕັກເຕືອນພະນັກງານໜຸ່ມວ່າ: ຖ້າຫາກມັກໃຫຍ່ໃຝ່ສູງ,ຖືຜົນປະໂຫຍດສ່ວນຕົວເປັນໃຫຍ່, ສວຍໂອກາດ, ມີເລ່ຫຼ່ຽມ, ພົບຄົນແບບໃດເວົ້າພາສາຄົນແບບນັ້ນ ພໍ້ຜີເວົ້າພາສາຜີ, ຫຼືເສກສັນປັ້ນແຕ່ງຕົນເອງ,ງາມແຕ່ຮູບຈູບບໍ່ຫອມ, ຖ້າເຮັດແນວນັ້ນຈະບໍ່ມີອະນາຄົດ!

 

ທ່ານສີຈິ້ນຜິງຍັງກ່າວວ່າ: “ພະນັກງານມີບັນຫາດ້ານການເມືອງ,ຈະເປັນໄພອັນຕະລາຍຕໍ່ພັກໂດຍບໍ່ອ່ອນແຕ້ມເມື່ອທຽບໃສ່ບັນຫາການສໍ້ລາດບັງຫຼວງ, ບາງອັນແມ່ນໜັກໜ່ວງກວ່າບັນຫາການສໍ້ລາດບັງຫຼວງຊ້ຳ.”

 

ທ່ານສີຈິ້ນຜິງຕີລາຄາຄຸນນະພາບແລະຄວາມສາມາດຂອງພະນັກງານສະມາຊິກພັກຜູ້ໜຶ່ງ, ກ່ອນອື່ນຕ້ອງເບິ່ງວ່າໃນດ້ານການເມືອງຈະມີຄວາມໜັກແໜ້ນແລະໄວ້ໃຈໄດ້ຫຼືບໍ່, ຈະມີຄວາມຕື່ນຕົວປົກປັກຮັກສາຄວາມສັກສິດຂອງສູນກາງພັກແລະການນຳພາລວມສູນເປັນເອກະພາບໄດ້ຫຼືບໍ່. “ໃນສະໄໝປະຕິວັດທີ່ກອງທັບແດງເດີນທັບທາງໄກຜ່ານທົ່ງຫຍ້າ, ສະຫາຍພໍ່ຄົວພໍຕື່ນນອນມາ, ສິ່ງທຳອິດບໍ່ແມ່ນຖາມວ່າມື້ນີ້ມີແນວແຕ່ງກິນຫຼືບໍ່, ແຕ່ຫາກໄດ້ຖາມວ່າຈະໄປທິດໃຕ້ຫຼືທິດເໜືອ. ສິ່ງນີ້ສະແດງໃຫ້ເຫັນວ່າ: ຢູ່ໃນກອງທັບແດງ, ເຖິງຈະເປັນພໍ່ຄົວກໍຮູ້ວ່າບັນຫາທິດທາງແມ່ນສຳຄັນກວ່າບັນຫາການກິນ.” ໃນກອງປະຊຸມສຳຄັນຄັ້ງໜຶ່ງ, ທ່ານສີຈິ້ນຜິງໄດ້ເລົ່າເລື່ອງນີ້ສູ່ຟັງ, ເພື່ອເຕືອນໃຫ້ທົ່ວພັກຮູ້ວ່າ: “ຖ້າວ່າເກີດຄວາມຜິດເຂວໃນບັນຫາດ້ານທິດທາງ, ກໍຈະຜິດພາດໄປໝົດ.”

 



ການມີຄວາມຫ່ວງໃຍເຖິງສິ່ງສຳຄັນຂອງຊາດ ແມ່ນໄດ້ສ່ອງແສງໃຫ້ເຫັນຢ່າງມີຊີວິດຊີວາເຖິງການຍຶດໝັ້ນຫຼັກການການເມືອງຢ່າງຊັດເຈນ. ທ່ານສີຈິ້ນຜິງໄດ້ມີຂໍ້ຮຽກຮ້ອງຕ່າງໆມາຍັງພະນັກງານສະມາຊິກພັກເຊັ່ນ: ການສ້າງຄວາມສິວິໄລດ້ານນິເວດແມ່ນເພື່ອປະຫວັດສາດ,ເພື່ອລູກຫຼານຄົນຮຸ່ນຫຼັງ. ການຮັກສາຄວາມໝັ້ນຄົງດ້ານສະບຽງອາຫານ, ຕ້ອງກຳແໜ້ນວຽກງານຮັກສາດິນປູກຝັງເຊິ່ງເປັນພື້ນຖານແຫ່ງການພັດທະນາແບບຍືນຍົງຂອງປະຊາຊາດຈີນ ແລະອື່ນໆ.

 

ຕໍ່ກັບສິ່ງສຳຄັນຂອງຊາດ, ຕ້ອງມີຄວາມຮັບຮູ້ຢ່າງຈະແຈ້ງ, ຕິດຕາມວ່າສູນກາງພັກພວມເອົາໃຈໃສ່ຫຍັງ, ເນັ້ນໜັກຫຍັງ, ເຊື່ອມຊຶມຢ່າງເລິກເຊິ່ງວ່າ ສິ່ງໃດເປັນຜົນປະໂຫຍດສຳຄັນທີ່ສຸດຂອງພັກແລະລັດ, ສິ່ງໃດເປັນຫຼັກໝັ້ນທີ່ຕ້ອງເດັດດ່ຽວປົກປ້ອງທີ່ສຸດ. ທ່ານສີຈິ້ນຜິງໄດ້ຕັກເຕືອນພະນັກງານສະມາຊິກພັກວ່າ: “ການປົກປັກຮັກສາຄວາມສັກສິດຂອງສູນກາງພັກແລະການນຳພາລວມສູນເປັນເອກະພາບແມ່ນບໍ່ໃຫ້ເວົ້າແຕ່ປາກເປົ່າເທົ່ານັ້ນ, ຫາກຕ້ອງໄດ້ສະແດງໃຫ້ເຫັນຢູ່ໃນການກະທຳ.”