【ນີ້​ແມ່ນ​ທະ​ເລ​ຈີນ​ໃຕ້​ຂອງ​ຈີນ】ກຳປັ່ນ 4 ລຳຂອງ 2 ປະເທດໄດ້ເດີນເຮືອ 256 ໄມທະເລພາຍໃນ 3 ວັນ

2024-07-05 18:28:35 CRI

ເຈົ້າໜ້າທີ່ຕຳຫຼວດທະເລຂອງຈີນແລະຫວຽດນາມໄດ້ດຳເນີນການລາດຕະເວນຮ່ວມຢູ່ເຂດທະເລອ່າວເປີຍປູ້ເປັນຄັ້ງທຳອິດໃນປີ 2024, ກຳປັ່ນ 4 ລຳຂອງສອງປະເທດໄດ້ຈັດເປັນຂະບວນ, ເຈົ້າໜ້າທີ່ຕຳຫຼວດທະເລຂອງສອງປະເທດໄດ້ແລກປ່ຽນກັນແບບເຊິ່ງໜ້າກັນ ແລະ ຜັດປ່ຽນກັນບັນຊາການລາດຕະເວນຮ່ວມຢູ່ຕາມເສັ້ນຂີດແບ່ງຊາຍແດນທາງທະເລລະຫວ່າງຈີນແລະຫວຽດນາມຢູ່ອ່າວເປີຍປູ້. ນັກຂ່າວໂທລະພາບສູນກາງຈີນ ຫຼື CGTN ໄດ້ບັນທຶກການລາດຕະເວນຮ່ວມດັ່ງກ່າວເປັນເວລາ 3 ວັນເຕັມໆ.