【ນີ້​ແມ່ນ​ທະ​ເລ​ຈີນ​ໃຕ້​ຂອງ​ຈີນ】ຕຳຫຼວດທະເລຂອງຈີນ ແລະ ຫວຽດນາມຮ່ວມກັນປະຕິບັດກົດໝາຍຕໍ່ເຮືອປະມົງທີ່ຫາປາຂ້າມຊາຍແດນ

2024-07-05 17:38:21 CRI

ການຮ່ວມກັນປະຕິບັດກົດໝາຍລະຫວ່າງຕຳຫຼວດທາງທະເລຂອງບັນດາປະເທດເປັນມາດຕະການສຳຄັນໃນການປົກປັກຮັກສາຊັບພະຍາກອນການປະມົງ ແລະ ຮັບປະກັນລະບຽບການຂອງຂະແໜງການປະມົງ. ການລາດຕະເວນຮ່ວມລະຫວ່າງຕຳຫຼວດທະເລຂອງຈີນ ແລະ ຫວຽດນາມກໍໄດ້ແບກຫາບພາລະໜ້າທີ່ດັ່ງກ່າວ. ຮັນປີ່ນ ນັກຂ່າວ CGTN ໄດ້ຂີ່ກຳປັ່ນ 4302 ຂອງກອງຕຳຫຼວດຈີນ ເພື່ອບັນທຶກການປະຕິບັດໜ້າທີ່ຂອງຕຳຫຼວດທະເລຂອງຈີນ ແລະ ຫວຽດນາມປະຕິບັດກົດໝາຍຕໍ່ເຮືອປະມົງທີ່ຂ້າມຊາຍແດນ.