ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳອັນສຳຄັນຕໍ່ເຫດການເຂື່ອນແຕກທີ່ເກີດຂຶ້ນຢູ່ແຄມຝັ່ງໜອງດົ້ງຖີງຕອນເຂດທວນໂຈ່ວຢ້ວນເມືອງຮວາໂຢງນະຄອນເຢ້ຢາງແຂວງຫູໜານຈີນ

2024-07-06 14:35:08 cri

 

ຕອນບ່າຍວັນທີ 5 ກໍລະກົດນີ້, ເຂື່ອນກັນນ້ຳໜອງດົ້ງຖີງຕອນເຂດທວນໂຈ່ວຢ້ວນບ້ານທວນເປີຍຕາແສງທວນໂຈ່ວເມືອງຮວາໂຢງນະຄອນເຢ້ຢາງແຂວງຫູໜານຈີນໄດ້ເກີດເຫດການເຂື່ອນແຕກ, ເຊິ່ງເຮັດໃຫ້ເຂດກັນນ້ຳຖືກນ້ຳຖ້ວມ, ປະຊາຊົນຜູ້ປະສົບໄພຢູ່ທ້ອງຖິ່ນດັ່ງກ່າວໄດ້ຍ້າຍໄປບ່ອນປອດໄພທັງໝົດ.

 

ຫຼັງຈາກໄດ້ເກີດເຫດການເຂື່ອນແຕກ, ທ່ານສີຈິ້ນຜິງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເອົາໃຈໃສ່ໃນລະດັບສູງແລະໄດ້ໃຫ້ຄຳຊີ້ນຳອັນສຳຄັນວ່າ: ຕ້ອງຍົກຍ້າຍແລະຈັດວາງມວນຊົນທ້ອງຖິ່ນທີ່ປະສົບໄພຂົ່ມຂູ່ຢ່າງທັນການ, ພະຍາຍາມສຸດຂີດເພື່ອດຳເນີນວຽກງານກູ້ໄພແລະກອບກູ້ຊ່ວຍເຫຼືອ, ປົກປັກຮັກສາຄວາມປອດໄພດ້ານຊີວິດແລະຊັບສິນຂອງປະຊາຊົນຢ່າງແທ້ຈິງ, ກອງບັນຊາການໃຫຍ່ຕ້ານແລ້ງຕ້ານຖ້ວມແຫ່ງຊາດຕ້ອງສົ່ງໜ່ວຍງານໄປເຂດປະສົບໄພເພື່ອເພີ່ມທະວີການຊີ້ນຳ. ທ່ານຫຼີສຽງ ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ ນາຍົກລັດຖະມົນຕີຈີນກໍໄດ້ໃຫ້ຄຳຊີ້ນຳ. ປັດຈຸບັນນີ້, ວຽກງານທີ່ກ່ຽວຂ້ອງກຳລັງການດຳເນີນໄປຢູ່.