ທ່ານສີຈິ້ນຜິງສົ່ງສານຊົມເຊີຍໄປຍັງທ່ານໂມຮາເມັດ ກາຊູອານີທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີໂມຣີຕານີອີກສະໄໝໜຶ່ງ

2024-07-06 14:36:19 cri

 

ວັນທີ 5 ກໍລະກົດນີ້, ທ່ານສີຈິ້ນຜິງ, ປະທານປະເທດຈີນໄດ້ສົ່ງສານໄປຍັງທ່ານໂມຮາເມັດ ໂອດ ເຊກ ເອນ ກາຊູອານີ, ເພື່ອຊົມເຊີຍທ່ານໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຂອງສາທາລະນະລັດອິດສະລາມໂມຣີຕານີອີກສະໄໝໜຶ່ງ.

 

ທ່ານສີຈິ້ງຜິງໄດ້ຊີ້ອອກວ່າ: ໃນປີມໍ່ໆມານີ້, ພາຍໃຕ້ການຊີ້ນຳນຳພາຮ່ວມກັນຂອງພວກເຮົາ, ການພົວພັນລະຫວ່າງຈີນ-ໂມຣີຕານີໄດ້ຮັບການພັດທະນາຢ່າງໝັ້ນທ່ຽງ, ການແລກປ່ຽນແລະການຮ່ວມມືໃນແຕ່ລະຂົງເຂດໄດ້ຮັບຜົນສຳເລັດຢ່າງອຸດົມສົມບູນ. ຂ້າພະເຈົ້າເອົາໃຈໃສ່ໃນລະດັບສູງຕໍ່ການພັດທະນາການພົວພັນລະຫວ່າງຈີນ-ໂມຣີຕານີ, ຍິນດີພະຍາຍາມຮ່ວມກັບທ່ານປະທານາທິບໍດີ, ຊຸກຍູ້ໃຫ້ການພົວພັນຮ່ວມມືມິດຕະພາບລະຫວ່າງຈີນ-ໂມຣີຕານີກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ, ສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຊາດຢ່າງດີກວ່າເກົ່າ.