ທ່ານສີຈິ້ນຜິງພົບປະເຈລະຈາກັບປະທານາທິບໍດີຕັດຈິກິດສະຖານ

2024-07-06 11:20:21 CRI


     ຕອນບ່າຍວັນທີ 5 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານເອໂມມາລີ ຣັກມອນ ປະທານາທິບໍດີຕັດຈິກິດສະຖານຢູ່ທຳນຽບປະທານາທິບໍດີທີ່ນະຄອນຫຼວງດູຊານເບຂອງຕັດຈິກິດສະຖານ. ປະມຸກລັດສອງປະເທດປະກາດວ່າຈະຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ຕັດຈິກິດສະຖານໃນຍຸກໃໝ່.



     ທ່ານສີຈິ້ນຜິງກ່າວວ່າ: ຈີນຍິນດີຮ່ວມກັບຕັດຈິກິດສະຖານແລກປ່ຽນ ແລະແບ່ງປັນບົດຮຽນ ແລະໂອກາດໃນການພັດທະນາ, ຊຸກຍູ້ການເຊື່ອມຈອດລະຫວ່າງຍຸດທະສາດການພັດທະນາຂອງສອງປະເທດ, ຮ່ວມກັນສ້າງໜຶ່ງແລວໜຶ່ງເສັ້ທາງດ້ວຍຄຸນນະພາບສູງ, ຂະຫຍາຍການຮ່ວມມືໃນຂົງເຂດພະລັງງານໃໝ່ ເສດຖະກິດດີຈີຕອນ ແລະຂົງເຂດອື່ນໆ, ຊ່ວຍຕັດຈິກິດສະຖານພັດທະນາລະບົບອຸດສາຫະກຳທີ່ທັນສະໄໝ.



     ທ່ານເອໂມມາລີ ຣັກມອນກ່າວ່າ: ຕັດຈິກິດສະຖານຍິນດີຊຸກຍູ້ການຮ່ວມມືໃນການສ້າງໜຶ່ງແລວໜຶ່ງເສັ້ນທາງຮ່ວມກັນຕື່ມອີກ, ລົງເລິກການຮ່ວມມືໃນຂົງເຂດເຊື່ອມໂຍງເຊື່ອມຈອດກັນ  ກະສິກຳ ແລະຂົງເຂດອື່ນໆ. ຍິນດີເພີ່ມທະວີການຮ່ວມມືດ້ານຄວາມປອດໄພໃນການປະຕິບັດກົດໝາຍກັບຈີນ, ຕັ້ງໜ້າປະຕິບັດຂໍ້ລິເລີ່ການພັດທະນາທົ່ວໂລກ ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ແລະຂໍ້ລິເລີ່ມອະລິຍະທຳທົ່ວໂລກທີ່ສະເໜີໂດຍທ່ານປະທານສີຈິ້ນຜິງ.