
ຕາມສະຖິຕິຂອງອົງການສະຫະປະຊາຊາດໃຫ້ຮູ້ວ່າ: ໃນຫຼາຍມື້ຜ່ານມາ, ມີຄົນປາແລັດສະຕິນປະມານ 8 ໝື່ນຄົນໄດ້ໜີອອກຈາກຕົວເມືອງພາກຕາເວັນອອກຂອງເຂດກາຊາ. ພະແນກຊ່ອຍເຫຼືອຊາວອົບພະຍົບປາແລັດສະຕິນແລະໂຄງການຕາເວັນອອກໃກ້ຂອງອົງການສະຫະປະຊາຊາດກ່າວໃນວັນທີ 6 ກໍລະກົດນີ້ວ່າ: ຍ້ອນວ່າກອງທັບອິດສະຣາແອນໄດ້ປະກາດ “ຄຳສັ່ງກະຈາຍ” ແບບບັງຄັບເລື້ອຍໆ, ຄອບຄົວປາແລັດສະຕິນຢູ່ເຂດກາຊາໄດ້ເສຍຄວາມຫວັງຕໍ່ຄວາມປອດໄພແລະສະຖຽນລະພາບແລ້ວ.
ອີງຕາມສະຖິຕິຂອງພະແນກຊ່ອຍເຫຼືອຊາວອົບພະຍົບແລະໂຄງການຕາເວັນອອກໃກ້ອົງການສະຫະປະຊາຊາດໃຫ້ຮູ້ວ່າ: ປັດຈຸບັນນີ້ຢູ່ເຂດກາຊາມີຫຼາຍເຖິງ 1.900.000 ຄົນໄດ້ຊັດເຊພະເນຈອນ. ເພື່ອສືບຕໍ່ດຳເນີນການເຄື່ອນໄຫວການທະຫານຢູ່ເຂດກາຊາ, ກອງທັບອິດສະຣາແອນໄດ້ປະກາດ “ຄຳສັ່ງກະຈາຍ” ແບບບັງຄັບເລື້ອຍໆ, ຄອບຄົວປາແລັດສະຕິນຢູ່ເຂດກາຊາຖືກບັງຄັບໜີອອກຫຼາຍເທື່ອແລະບໍ່ມີບ່ອນຢູ່ອາໄສທີ່ປອດໄພແລ້ວ.